(vovworld) - ຕອນເຊົ້າວັນທີ 16 ກັນຍາ, ຢູ່ເມືອງເກາະ ຟຸ໋ກ໋ວກ, ແຂວງກຽນຢາງ, ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ຂອງຫວຽດນາມ ຫວູວັນນິງ ໄດ້ເປັນປະທານກອງປະຊຸມສຳມະນາວິທະຍາສາດ “ປະກອບຄຳເຫັນໃສ່ແຜນຮ່າງກໍ່ສ້າງເຂດປົກຄອງເສດຖະກິດພິເສດ ຟຸ໋ກ໋ວກ”. ທີ່ກອງປະຊຸມສຳມະນາ, ຄະນະກຳມະການປະຊາຊົນແຂວງກຽນຢາງ ໄດ້ສະເໜີແຜນການກໍ່ສ້າງເຂດປົກຄອງເສດຖະກິດພິເສດ ຟຸ໋ກ໋ວກ ຂຶ້ນກັບແຂວງ. ເຊິ່ງຕາມນັ້ນແລ້ວ, ເຂດເສດຖະກິດພິເສດມີລະບົບການປົກຄອງ 2 ຂັ້ນນັ້ນແມ່ນ ຂັ້ນເຂດພິເສດ ແລະ ຂັ້ນບັນດາຕາແສງ.
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຢືນຢັນວ່າ, ການກໍ່ສ້າງຟຸ໋ກ໋ວກ ໃຫ້ກາຍເປັນເຂດປົກຄອງເສດຖະກິດພິເສດ ຫຼື ຊອກຫາກົນໄກພິເສດເພ່ືອໃຫ້ຟຸ໋ກ໋ວກ ພັດທະນາ ແມ່ນຄວາມຮຽກຮ້ອງທີ່ຈຳເປັນ. ແຕ່ວ່າ, ເພື່ອເຮັດໄດ້ສິ່ງດັ່ງກ່າວ, ຕ້ອງມີກົນໄກນະໂຍບາຍຢ່າງກ້າວກະໂດດຂັ້ນ, ມີຄວາມແຮງ ແລະ ຕ່າງຫາກ. ໃນຕໍ່ໜ້າ, ຕ້ອງສືບຕໍ່ກວດກາ ແລະ ສຳເລັດການວາງແຜນຜັງໃຫ້ເໝາະສົມກັບການເຊື່ອມໂຍງເຂົ້າກັບສາກົນ; ເດັດດຽວລົບລ້າງ, ດັດປັບບັນດາແຜນກຳນົດທີ່ບໍ່ເໝາະສົມ.