ປະກອບສ່ວນສຳຄັນເຂົ້າໃນການຮ່ວມມືຫຼາຍຝ່າຍ, ຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ໃຫ້ເລິກເຊິ່ງກວ່າອີກ
(VOVWORLD) -ວັນທີ 10 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ຢ້ຽມຢາມຍີ່ປຸ່ນ ແຕ່ວັນທີ 8-10 ຕຸລາ ປະສົບຜົນສຳເລັດຢ່າງຈົບງາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາ ກັບ ທ່ານປະທານາທິບໍດີ Shinzo Abe
(ພາບ:Quang Hieu/VGP)
|
ທ່ານນາຍົກລັດຖະມົນຕີ ໄດ້ມີ 30 ການເຄື່ອນໄຫວ, ລວມທັງການຮ່ວມມືຫຼາຍຝ່າຍ ແລະ ສອງຝ່າຍ ໃນນັ້ນພົ້ນເດັ່ນແມ່ນ ບັນດາ ການເຂົ້າຮ່ວມ ກອງປະຊຸມສຸດຍອດການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ; ການພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ຍີ່ປຸ່ນ. ທີ່ກອງປະຊຸມ, ບັນດາການນຳ 5 ປະເທດ ແມ່ນ້ຳຂອງ ແລະ ຍີ່ປຸ່ນ ໄດ້ຕົກລົງຍົກລະດັບການຮ່ວມມືລະຫວ່າງບັນດາປະເທດແມ່ນ້ຳຂອງ ແລະ ຍີ່ປຸ່ນ ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ; ຮັບຮອງເອົາຍຸດທະສາດ ໂຕກຽວ 2018 ໃຫ້ແກ່ການຮ່ວມມື ໄລຍະ 2019-2021. ທ່ານຮອງນາຍົກລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮວ່າຍຈຸງ ໃຫ້ຮູ້ວ່າ ການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ສະແດງໃຫ້ເຫັນວ່າບັນດາປະເທດມີທັດສະນະເຊັ່ນດຽວກັນໃນການຊຸກຍູ້ການເຊື່ອມຕໍ່ຍຸດທະສາດພັດທະນາເສດຖະກິດ ສັງຄົມ ຮອບດ້ານລະຫວ່າງ ຍີ່ປຸ່ນ ແລະ ບັນດາປະເທດແມ່ນ້ຳຂອງ, ໃນນັ້ນມີຫວຽດນາມ.
ກ່ຽວກັບການພົວພັນຄູ່ຮ່ວມຍຸດທະສາດ ຫວຽດນາມ - ຍີ່ປຸ່ນ, ໃນການພົບປະລະຫວ່າງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ການນຳສອງທ່ານໄດ້ຢັ້ງຢືນເຖິງການຕັດສິນໃຈຮ່ວມກັນຊຸກຍູ້ ເພື່ອໃຫ້ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊິຟິກ (CPTPP) ມີຜົນສັກສິດ, ໄດ້ປະຕິບັດໂດຍໄວ, ຊຸກຍູ້ບັນດາວິວັດທະນາການເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP).
ໃນການຢ້ຽມຢາມຍີ່ປຸ່ນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກໍ່ມີບັນດາ ການເຄື່ອນໄຫວສົ່ງເສີມການລົງທຶນ, ພົບປະສົນທະນາ ກັບບັນດາວິສາຫະກິດຍີ່ປຸ່ນ ແລະ ແມ່ນ້ຳຂອງ, ຮຽກຮ້ອງບັນດາວິສາຫະກິດລົງທຶນເຂົ້າ ຫວຽດນາມ.