ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ
ພາບ:vov
|
(vovworld)- ຕອນເຊົ້າວັນທີ 17/7, ຫ້ອງວ່າການປະທານປະເທດໄດ້ຈັດການປະຊຸມຂ່າວປະກາດບັນດາຄຳສັ່ງຂອງປະທານປະເທດກ່ຽວກັບກົດໝາຍ11 ສະບັບ, ມະຕິ ສະບັບຫນຶ່ງ ແລະ ລັດຖະບັນຍັດ ສະບັບຫນຶ່ງ ຫາກໍໄດ້ຮັບຮອງເອົາທີ່ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດ ຊຸດທີ 13. ກົດໝາຍ 11 ສະບັບໄດ້ຮັບການປະກາດໃນຄັ້ງນີ້ ລວມມີ: ກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ; ກົດໝາຍວ່າດ້ວຍສັດຕະວະແພດ; ກົດໝາຍວ່າດ້ວຍພັນທະການທະຫານ; ກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ; ກົດໝາຍວ່າດ້ວຍອົງການລັດຖະບານ; ກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກຳ; ກົດໝາຍວ່າດ້ວຍການກວດສອບແຫ່ງລັດ; ກົດໝາຍວ່າດ້ວຍຊັບພະຍາກອນສິ່ງແວດລ້ອມທະເລ ແລະ ໝູ່ເກາະ; ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ; ກົດໝາຍວ່າດ້ວຍຄວາມປອດໄພຫລັກອະນາໄມແຮງງານ; ກົດໝາຍວ່າດ້ວຍງົບປະມານແຫ່ງລັດ. ສ່ວນລັດຖະບັນຍັດສະບັບຫນຶ່ງໄດ້ຮັບການປະກາດແມ່ນລັດຖະບັນຍັດວ່າດ້ວຍຕຳຫລວດສິ່ງແວດລ້ອມ ແລະ ມະຕິກ່ຽວກັບການປະຕິບັດນະໂຍບາຍໄດ້ຊົມໃຊ້ປະກັນສັງຄົມໃນເທື່ອຫນຶ່ງສຳລັບຄົນງານ.