(VOVWORLD) -ປື້ມຊຸດນີ້ ມີຄວາມໝາຍຫຼາຍດ້ານກ່ຽວກັບວິທະຍາສາດ, ການເມືອງ, ແນວຄິດ ແລະ ການໂຄສະນາສຶກສາ, ມູນເຊື້ອປະຕິວັດ ໃຫ້ແກ່ພະນັກງານສະມາຊິກພັກ, ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ
ເພື່ອສະເຫຼີມສະຫຼອງ 58 ປີ ແຫ່ງວັນສ້າງຕັ້ງແນວໂຮມປົດປ່ອຍຊາດທາງພາກໃຕ້ຫວຽດນາມ (20/12/1960 – 20/12/2018), ຕອນບ່່າຍວັນທີ 19 ທັນວາ, ຄະນະພັກນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີປະກາດຊຸດປື້ມ “ແນວໂຮມປົດປ່່ອຍຊາດທາງພາກໃຕ້ຫວຽດນາມ”.
ຊຸດປື້ມກ່ຽວກັບແນວໂຮມປົດປ່່ອຍຊາດທາງພາກໃຕ້ຫວຽດນາມ (ພາບ: tuoitre.vn)
|
ກ່າວຄໍາເຫັນທີ່ພິທີປະກາດ, ທ່ານ ເຈິ່ນຫິວເຟຶອກ, ອະດີດຮອງຫົວໜ້າຄະນະປະຈໍາຄະນະຊີ້ນໍາກໍ່ສ້າງເຂດປູຊະນີຍະສະຖານປະຫວັດສາດປະຕິວັດຫວຽດນາມ, ປະທານສະພາຮຽບຮຽງປື້ມ ຖືວ່າ ປື້ມຊຸດນີ້ ມີຄວາມໝາຍຫຼາຍດ້ານກ່ຽວກັບວິທະຍາສາດ, ການເມືອງ, ແນວຄິດ ແລະ ການໂຄສະນາສຶກສາ, ມູນເຊື້ອປະຕິວັດ ໃຫ້ແກ່ພະນັກງານສະມາຊິກພັກ, ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມ:
“ປື້ມຊຸດນີ້ໄດ້ລວບລວມ, ເພີ່ມເຕີມຫຼາຍບັນຫາ ເຊິ່ງບັນດາຂັ້ນຕອນການຈັດພິມຈໍາໜ່າຍກ່ຽວກັບແນວໂຮມປົດປ່ອຍຊາດກ່ອນນີ້ ຍັງບໍ່ທັນໄດ້ເຕື້ອງເຖິງ. ພິເສດ ໄດ້ຮຽບຮຽງປະຫວັດສາດການເຄື່ອນໄຫວຂອງແນວໂຮມປົດປ່ອຍຊາດທາງພາກໃຕ້ຫວຽດນາມ, ສໍາພັນບັນດາກໍາລັງຂອງຊາດ, ປະຊາທິປະໄຕ, ສັນຕິພາບ ຫວຽດນາມ ແລະ ລັດຖະບານປະຕິວັດຊ່ົວຄາວ ສາທາລະນະລັດພາກໃຕ້ຫວຽດນາມ”.