ປະກາດດັດຊະນີຢັ້ງຢືນລະດັບພັດທະນາຂອງວິສາຫະກິດ

(VOVWORLD) -ຕອນເຊົ້າວັນທີ 13 ຕຸລາ, ຢູ່ ຫ້ອງວ່າການລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ເປັນປະທານການປະຊຸມຂ່າວປະກາດດັດຊະນີຢັ້ງຢືນລະດັບການພັດທະນາຂອງວິສາຫະກິດໃນທົ່ວປະເທດ ແລະ ບັນດາທ້ອງຖິ່ນປີ 2017. 

ປະກາດດັດຊະນີຢັ້ງຢືນລະດັບພັດທະນາຂອງວິສາຫະກິດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ເປັນປະທານການປະຊຸມຂ່າວ

ພາບ: enternews.vn

ນີ້ເປັນຄັ້ງທຳອິດ ບັນດາດັດຊະນີດັ່ງກ່າວໄດ້ປະກາດ ແລະ ປະຕິບັດກົງກັບວັນນັກທຸລະກິດຫວຽດນາມ ຄືວັນທີ 13 ຕຸລາ.

 ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໃຫ້ຮູ້ວ່າ: ປະມວນດັດຊະນີ ແມ່ນພື້ນຖານດີເພື່ອໃຫ້ບັນດາອົງການລັດ, ບັນດາຂະແຫນງການ, ທ້ອງຖິ່ນ ທາບທາມ, ຄົ້ນຄ້ວາ ເພື່ອວາງອອກນະໂຍບາຍໃຫ້ເໝາະສົມເພື່ອປະຕິບັດສຳເລັດຄາດໝາຍ ມີ 1 ລ້ານ ວິສາຫະກິດໃນປີ 2020. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ເນັ້ນຫນັກວ່າ:

“ສຳລັບບັນດາທ້ອງຖິ່ນ ໂດຍອີງໃສ່ປະມວນດັດຊະນີນີ້ ຕ້ອງມີການໄຈ້ແຍກຕີລາຄາເພື່ອສຳຫລວດກວດຄືນສະພາບການຕົວຈິງຂອງວິສາຫະກິດ, ຂອງທ້ອງຖິ່ນຕົນ ເພື່ອມີບັນດານະໂຍບາຍໃຫ້ເໝາະສົມ, ມາດຕະການແກ້ໄຂເພື່ອປະຕິບັດມະຕິຂອງລັດຖະບານ, ສືບຕໍ່ປະຕິຮູບດັດຊະນີກຳລັງຄວາມສາມາດແກ້ງແຍ້ງຂອງທ້ອງຖິ່ນ”

ນັບແຕ່ປີ 2019, ເມື່ອໂອກາດສະເຫລີມສະຫລອງວັນນັກທຸລະກິດຫວຽດນາມປະຈຳປີ ຄືວັນທີ 13 ຕຸລາ, ກົມໃຫຍ່ສະຖິຕິ ຈະປະກາດປະມວນດັດຊະນີນີ້ ແລະ ປື້ມຂາວກ່ຽວກັບສະພາບການຕົວຈິງຂອງວິສາຫະກິດຫວຽດນາມ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ