ວັນທີ 28/12 ຢູ່ ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ສົມທົບກັບຫ້ອງວ່າການລັດຖະບານ ແລະ ກະຊວງຍຸຕິທຳ ຈັດຕັ້ງພິທີປະກາດດັດຊະນີປະສິດທິຜົນການເຄື່ອນໄຫວສ້າງ ແລະ ປະຕິບັດກົດໝາຍກ່ຽວກັບການດຳເນີນທຸລະກິດຂອງບັນດາກະຊວງ, ຂະແຫນງການ ໃນປີ 2011 (MEI 2011). ບົດລາຍງານດັ່ງກ່າວໄດ້ຮັບການສ້າງຂຶ້ນ ເພື່ອຍົກໃຫ້ເຫັນສະພາບການປະສິດທິຜົນການເຄື່ອນໄຫວໃນການສ້າງ ແລະ ປະຕິບັດກົດໝາຍກ່ຽວກັບການດຳເນີນທຸລະກິດ ຂອງ 14 ກະຊວງທີ່ມີບົດບາດຫນ້າທີ່ ຕິດພັນກັບວິສາຫະກິດ ແລະ ການເຄື່ອນໄຫວດຳເນີນທຸລະກິດ ໂດຍສັງເຂບ. ໝາກຜົນຂອງດັດຊະນີ MEI 2011 ຂອງ 14 ກະຊວງ ລ້ວນແຕ່ຢູ່ໃນລະດັບປານກາງ. ໃນນັ້ນ ກະຊວງຍຸຕິທຳ ບັນລຸຄະແນນສູງສຸດ ແມ່ນ 59.01 /100 ຄະແນນ. ທ່ານ ຫວູຕຽນໂລກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຖືວ່າ:
“ອີງໃສ່ໝາກຜົນດັດຊະນີ MEI ທີ່ເກັບກຳໄດ້ຈາກຄຳເຫັນຂອງປະຊາຄົມວິສາຫະກິດ ໄດ້ຊ່ວຍໃຫ້ລັດຖະບານ, ກະຊວງ, ຂະແຫນງການ ແລະ ອົງການຈັດຕັ້ງ, ສ່ວນບຸກຄົນ ສາມາດເຂົ້າໃຈ ກວ່າສະພາບການເຄື່ອນໄຫວດ້ານກົດໝາຍ ກ່ຽວກັບການດຳເນີນທຸລະກິດ ຢ່າງຈະແຈ້ງ. ນີ້ຈະແມ່ນເຄື່ອງມືທີ່ມີປະໂຫຍດ ປະກອບສ່ວນພ້ອມກັບບັນດາອົງການຂອງລັດຖະບານ ສ້າງນະໂຍບາຍທີ່ມີປະສິດທິຜົນກວ່າ. ຂ້າພະເຈົ້າປາດຖະຫນາວ່າ ດ້ວຍການເລີ່ມຕົ້ນຂອງດັດຊະນີ MEI ໃນປີນີ້, ໃນໄລຍະຈະມາເຖິງ ດັດຊະນີ MEI ຈະສືບຕໍ່ໄດ້ຮັບການປະຕິບັດໄປພ້ອມກັບຄວາມມານະພະຍາຍາມໃນການປ່ຽນແປງໃຫມ່, ການປະຕິຮູບຂອງບັນດາອົງການລັດຖະບານ.“