(vovworld) – ຕອນເຊົ້າວັນທີ 29/12, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ປະກາດການຜົນແຫ່ງສຳຫຼວດ “ສະພາບຕົວຈິງໃນການປະຕິບັດຄວາມສັດຊື່ບໍລິສຸດໃນຂົງເຂດດຳເນີນທຸລະກິດ ແລະ ຄວາມຕ້ອງການໜູນຊ່ວຍສ້າງຄວາມສາມາດຂອງວິສາຫະກິດ”. ການສຳຫຼວດໄດ້ຮັບການປະຕິບັດຢູ່ 3 ນະຄອນໃຫຍ່ຄື: ຮ່າໂນ້ຍ, ດ່ານັ້ງ ແລະ ນະຄອນໂຮ່ຈິມິນ, ດ້ວຍວິສາຫະກິດ 180 ແຫ່ງທີ່ເຄື່ອນໄຫວໃນບັນດາຂົງເຂດຄື: ການປຸງແຕ່ງທັນຍາຫານ, ເກີບໜັງ, ເຄື່ອງຕ່ຳແຜ່ນຕັດຫຍິບ… ຕາມຜົນແຫ່ງການສຳຫຼວດ, ມີ 55% ວິສາຫະກິດຖືວ່າ, ຄວາມສັດຊື່ບໍລິສຸດແມ່ນຕິດພັນກັບບັນດາຫຼັກການ, ມາດຕະຖານກ່ຽວກັບຄຸນສົມບັດ ແລະ ນິຕິກຳ, ສ້າງຮົ້ວກີດຂວາງຈຳກັດການສໍ້ລາດບັງຫຼວງ, ການຮັບສິນບົນ; ມີກວ່າ 92% ວິສາຫະກິດທີຄວາມເຂົ້າໃຈກ່ຽວກັບຫຼັກການປະພຶດໃນການດຳເນີນທຸລະກິດ, ມີພຽງ 29% ວິສາຫະກິດໃຫ້ຮູ້ວ່າ, ເຂົາເຈົ້າໄດ້ຜັນຂະຫຍາຍນະໂຍບາຍກ່ຽວກັບຄວາມສັດຊື່ບໍລິສຸດ. ທ່ານ ຫງວຽນກວາງວິງ, ຮອງເລຂາ VCCI ໃຫ້ຮູ້ວ່າ.
“VCCI ຈະຮ່ວມມືພ້ອມກັບບັນດາອົງການລັດຖະບານ ເພື່ອສ້າງພັນທະມິດບັນດາວິສາຫະກິດມີການສໍ້ລາດບັງຫຼວງ ແລະ ຖ້າຫາກວິສາຫະກິດທີຄວາມຮັບຮູ້ສິ່ງນີ້ເປັນຢ່າງດີ, ວິສາຫະກິດກໍຈະຮັບຮູ້ໄດ້ສ່ວນໃດສ່ວນໜຶ່ງມາດຕະການ ປ້ອງກັນຕ້ານການສໍ້ລາດບັງຫຼວງ. ຖ້າຫາກວິສາຫະກິດມີການກະທຳໄດ້ດີ, ຮ່ວມສຳພັນນຳກັນ ແລະ ບໍ່ມີການສໍ້ລາດບັງຫຼວງ, ພັນທະມິດວິສາຫະກິດຈະນັບມື້ນັບເຕີບໃຫຍ່ເທື່ອລະກ້າວ ແລະ ຍູ້ໄພສໍ້ລາດບັງຫຼວງໃຫ້ຖອຍໄປ.”