ປະຊາຄົມຊາວຫວຽດນາມຢູ່ກຳປູເຈຍແບ່ງປັນຄວາມຫຍຸ້ງຍາກກັບພໍ່ແມ່ພີ່ນ້ອງພາຍຫຼັງເກີດເຫດອັກຄິໄຟ

(VOVWORLD) -ຕອນບ່າຍວັນທີ 10 ກໍລະກົດ, ພາຍຫຼັງໄດ້ຮັບຂ່າວກ່ຽວກັບເຫດອັກຄິໄຟທີ່ເກີດຂຶ້ນໃນຮຸ່ງເຊົ້າວັນທີ 10 ກໍລະກົດ ຢູ່ນະຄອນຫຼວງພະນົມເປັນ ໄດ້ເຮັດໃຫ້ເຮືອນຊານ ແລະ ຊັບສົສິນຂອງ 67 ຄອບຄົວຖືກໄຟໄໝ້ທັງໝົດ

ປະຊາຄົມຊາວຫວຽດນາມຢູ່ກຳປູເຈຍແບ່ງປັນຄວາມຫຍຸ້ງຍາກກັບພໍ່ແມ່ພີ່ນ້ອງພາຍຫຼັງເກີດເຫດອັກຄິໄຟ - ảnh 1 ເຫດອັກຄິໄຟ

(ພາບ: TTXVN)

ໃນນັ້ນສ່ວນຫຼາຍແມ່ນຊາວກຳປູເຈຍ ເຊື້ອຊາດຫວຽດນາມ, ສະຖານທູດຫວຽດນາມ, ສະມາຄົມ ຂະແມ - ຫວຽດນາມ ແລະ ບັນດາວິສາຫະກິດຫວຽດນາມ ທີ່ພວມທຳມາຫາກິນຢູ່ກຳປູເຈຍ ໄດ້ໄປຢື້ຢາມຖາມຂ່າວ, ໜູນຊ່ວຍບັນດາຄອບຄົວຖືກເສຍຫາຍຢ່າງທັນການ.

        ກ່າວຄຳເຫັນທີ່ການພົບປະກັບບັນດາຄອບຄົບທີ່ຖືກເສຍຫາຍຍ້ອນເຫດອັກຄິໄຟ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ຫວູກວາງມິງ ໃຫ້ຮູ້ວ່າ, ຈະສືບຕໍ່ສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນ, ເອົາໃຈໃສ່, ສ້າງເງື່ອນໄຂຊ່ວຍພໍ່ແມ່ປະຊາຊົນດບຄືນສູ່ຊີວິດໃຫ້ເປັນປົກກະຕິໂດຍໄວ. ສະຖານທູດຫວຽດນາມ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງຈະສືບຕໍ່ຂົນຂວາຍບັນດາຜູ້ໃຈບຸນມີມາດຕະການໜູນຊ່ວຍຢ່າງແທດຈິງ, ຊ່ວຍໃຫ້ພໍ່ແມ່ພີ່ນ້ອງແກ້ໄຂຄວາມຫຍຸ້ງຍາກ.

        ເມື່ອແບ່ງປັນ ແລະ ລະດົມກຳລັງໃຈບັນດາຄອບຄົວທີ່ຖືກເສຍຫາຍ, ທ່ານເອກອັກຄະລັດຖະທູດ ຫວູກວາງມິງ, ສະມາຄົມ ຂະແມ - ຫວຽດນາມ ແລະ ຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມ ຢູ່ກຳປູເຈຍ ໄດ້ມອບເງິນໜູນຊ່ວຍຢ່າງຮີບດ່ວນໃນເບື້ອງຕົ້ນ, ເພື່ອແນໃສ່ຊ່ວຍໃຫ້ພໍ່ແມ່ພີ່ນ້ອງຜ່ານຜ່າຄວາມຫຍຸ້ງຍາກໃນຕໍ່ໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ