ປະຊາຄົມຊາວຫວຽດນາມອາໄສຢູ່ອົດສຕາລີຮ່ວມແຮງຮ່ວມໃຈເພື່ອຮ່ວາງຊາ,ເຈື່ອງຊາທີ່ຮັກແພງ
ປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສຕາລີ
ໄດ້ແຜ່ບໍລິຈາກເງິນໄດ້ເກືອບ 18.000 USD
(ພາບ: TTXVN)
(vovworld) – ໂດຍສືບຕໍ່ບັ້ນຂົນຂວາຍສະໜັບສະໜູນນັກຮຽນທຸກຍາກແຕ່ສາມາດຜ່ານຜ່າຄວາມຫຍຸ້ງຍາກ ເຊິ່ງແມ່ນລູກ, ຫຼານຂອງບັນດາພະນັກງານ, ນັກຮົບ ແລະ ຊາວປະມົງຫວຽດນາມ ທີ່ພວມປົກປັກຮັກສາອະທິປະໄຕທີ່ສັກກະລະບູຊາຂອງປະເທດຊາດນັບທັງເວັນ ແລະ ຄືນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສຕາລີ ໄດ້ແຜ່ບໍລິຈາກເງິນໄດ້ເກືອບ 18.000 USD ຜ່ານການຂົນຂວາຍຢູ່ Melbourne, Canberra, Sydney ແລະ Brisbane, ແຕ່ວັນທີ 23/09 – 05/10. ບັນດາບັ້ນຂົນຂວາຍແຜ່ບໍລິຈາກ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່, ສະໜັບສະໜູນຢ່າງຕັ້ງໜ້າຂອງພໍ່ແມ່ປະຊາຊົນ, ນັກທຸລະກິດ, ນັກສຶກສາ, ບັນດາອົງການຕາງໜ້າຫວຽດນາມ ຢູ່ອົດສຕາລີ… ບັນດາຜູ້ເຂົ້າຮ່ວມການແຜ່ບໍລິຈາກໄດ້ຢືນຢັນວ່າ, ພ້ອມແລ້ວທີ່ຈະຕອບສະໜອງບັນດາການເຄື່ອນໄຫວທີ່ມີຄວາມໝາຍ ແລະ ແທດຈິງເພື່ອອວາຍໜ້າເມືອຫາສູ່ປະເທດຊາດ.