ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ສະຖານທູດຫວຽດນາມ ປະຈຳ ອີຢິບ ໄດ້ປຸກລະດົມການຂົນຂວາຍແຜ່ບໍລິຈາກໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢຸ່ຫວຽດນາມ
ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1(ສະຖານທູດຫວຽດນາມ ປະຈຳ ອີຢິບ ປຸກລະດົມການຂົນຂວາຍແຜ່ບໍລິຈາກ)

ວັນທີ 08 ມິຖຸນາ, ສະຖານທູດຫວຽດນາມ ປະຈຳ ອີຢິບ ໄດ້ປຸກລະດົມການຂົນຂວາຍແຜ່ບໍລິຈາກໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢຸ່ຫວຽດນາມ, ດ້ວຍການເຂົ້າຮ່ວມຂອງພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການຂຶ້ນກັບສະຖານທູດ. ທີ່ພິທີປຸກລະດົມ, ທ່ານເອກອັກຄະລັດຖະທູດ ເຈິ່ນແທັງກົງ ສະເໜີໃຫ້ໝູ່ຄະນະພະນັກງານ, ພາລະກອນອົງການສຳນັກງານຜູ້ຕາງໜ້າ, ພໍ່ແມ່ປະຊາຊົນຊາວຫວຽດນາມ ສືບຕໍ່ສາມັກຄີກັນ, ຍົກສູງຈິດໃຈປ້ອງກັນຕໍ່ໂລກລະບາດ, ຮັກສາສຸຂະພາບ ພ້ອມທັງພ້ອມກັບທົ່ວປະເທດຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ-19.

        ໃນຂະນະນັ້ນ, ຢູ່ ເຢຍລະມັນ, ຜູ້ຕາງໜ້າຄະນການນຳະສະໂມສອນສິລະປະ ທາງເມື່ອຍ ໄດ້ໄປຍັງສະຖານທູດຫວຽດນາມ ປະຈຳເຢຍລະມັນ ເພື່ອມອບຈຳນວນເງິນສະໜັບສະໜູນທີ່ມີມູນຄ່າ 2.150 ເອີໂລ ໃຫ້ແກ່ກອງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ. ບາງສະມາຄົມຢູ່ ເຢຍລະມັນ ກໍ່ໄດ້ຈັດການຂົນຂວາຍແຜ່ບໍລິຈາກ ແລະ ຮຽກຮ້ອງໃຫ້ສ່ວນບຸກຄົນ, ສະມາຄົມ, ຄະນະສະໜັບສະໜູນ 2 ແຂວງ ບັກຢາງ ແລະ ບັກນິງ ຮັບມືກັບໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ