ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນເຕັດ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນເຕັດ - ảnh 1
ພາບປະກອບ

(vovworld) - ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ ພວມ​ຕ້ອນຮັບ​ບຸນ​ເຕັດ​ໃນ​ທາມ​ກາງ​ບັນຍາກາດ​ອົບ​ອຸ່ນ ​ແລະ ​ເຕັດ​​ໄປ​ດ້ວຍ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງຊາດ. ​ເຖິງ​ວ່າ​ບໍ່​ໄດ້​ພັກ​ການ​ໃນ​​ໂອກາດ​ບຸນ​ເຕັດ ຫວຽດນາມ ​ແຕ່​ຊາວ ຫວຽດນາມ ສ່ວນ​ຫຼາຍ​ທີ່​ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ ຍັງ​ຄົງ​ຊັບ​ຊ້ອນ​ເວລາ ​ເພື່ອ​ປຸງ​ແຕ່ງ ອາຫານ​ເພື່ອ​ທຸກໆ​ຄົນ​ໃນ​ຄອບຄົວ​ມີ​ໂອກາດ​ເຕົ້າ​ໂຮມ​ກັນ. ບັນດາ​ຮ້ານ​ອາຫານ ຫວຽດນາມ ຢູ່​ນີ້ກໍ່​ພັກ​ມື້ໜຶ່ງ ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ. ​ໃນ​ຂະນະ​ນັ້ນ, ສະຖານທູດ ຫວຽດນາມ ຢູ່ Venezuela ຫາກໍ່​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ນັ້ນ ພ້ອມ​ກັບ​ຄະນະ​ທຸ​ຕະນຸ​ທູດ​ ​ແລະ ​ເຈົ້າ​ໜ້າ​ທີ່​ຂອງ Venezuela ອີກ​ຈຳນວນ​ໜຶ່ງ.

ຂ່າວ/ບົດ​ອື່ນ