ປະ​ຊາ​ຄົມ​ສາ​ກົນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອຸ​ປະ​ຖຳ​ເງິນກວ່າ 6 ຕື້ USD ໃຫ້​ແກ່ ຊີ​ຣີ

(VOVWORLD) - ວັນທີ 30 ມີນາ, ບັນດານັກອຸປະຖຳສາກົນ ໄດ້ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍເງິນຈຳນວນ 6,4 ຕື້ USD ໃຫ້ແກ່ ຊີຣີ ແລະ ຊາວລີ້ໄພຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ.
ປະ​ຊາ​ຄົມ​ສາ​ກົນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອຸ​ປະ​ຖຳ​ເງິນກວ່າ 6 ຕື້ USD ໃຫ້​ແກ່ ຊີ​ຣີ - ảnh 1ແມ່ຍິງ ແລະ ເດັກນ້ອຍ ຊີຣີ ຢູ່ເຂດລີ້ໄພ  al-Hol, ແຂວງ Hasakeh (ພາບ: AFP/TTXVN)

      ບ້ວງເງິນດັ່ງກ່າວແມ່ນໜ້ອຍກວ່າເມື່ອທຽບໃສ່ບ້ວງເງິນ 10 ຕື້ USD ເຊິ່ງ ສປຊ ຕັ້ງຄວາມຫວັງ ເພື່ອແນໃສ່ແກ້ໄຂຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນຢູ່ປະເທດຕາເວັນອອກກາງນີ້.

        ໃນຖະແຫຼງການສະບັບໜຶ່ງ, ທ່ານ Janez Lenarcic - ກຳມະການເອີຣົບ ຮັບຜິດຊອບແກ້ໄຂວິກິດການ ໃຫ້ຮູ້ວ່າ: ໃນປີ 2021 ຈະປ່ອຍເງິນຈຳນວນ 4,4 ຕື້ USD ສ່ວນຈຳນວນເງິນ 2 ຕື້ USD ທີ່ຍັງເຫຼືອນັ້ນ ຈະໄດ້ເບີກຈ່າຍໃນຊຸມປີຕໍ່ໄປ. ບັນດານັກອຸປະຖຳກໍສະເໜີບ້ວງເງິນກູ້ຢືມທີ່ມີມູນຄ່າ 7 ຕື້ USD. ເຢຍລະມັນ ແມ່ນປະເທດທີ່ມີການປະກອບສ່ວນຫຼາຍກວ່າໝູ່ ເມື່ອໃຫ້ຄຳໝັ້ນສັນຍາຈະອຸປະຖຳ 2,04 ຕື້ USD, ໃນຂະນະທີ່ ອາເມລິກາ ອຸປະຖຳຈຳນວນ 600 ລ້ານ USD.


ຕອບກັບ

ຂ່າວ/ບົດ​ອື່ນ