ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຈັດຂຶ້ນໃນວັນທີ 5/10
ພາບ:EPA/TTXVN
|
(vovworld)- ວັນທີ 5/10, ກອງປະຊຸມບັນດານັກອຸປະຖຳສາກົນ ຈັດຂຶ້ນຢູ່ ບຣຸກແຊນ ປະເທດແບນຊີກ ໂດຍມີການເຂົ້າຮ່ວມຂອງ 75 ປະເທດ ແລະ 26 ອົງການຈັດຕັ້ງສາກົນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະອຸປະຖຳໃຫ້ແກ່ ອາບການິສະຖານຈຳນວນເງິນ 13,6 ຕື້ ເອີໂຣ (ປະມານ 15,2 ຕື້ USD) ໃນໄລຍະ ແຕ່ປີ 2017- 2020. ນີ້ແມ່ນລະດັບອຸປະຖຳຫລາຍພໍສົມຄວນໃນສະພາບການບັນດາແຫລ່ງອຸປະຖຳພວມຊຸດໂຊມ ຍ້ອນສົງຄາມຢູ່ ຊີຣີ. ຄາດໝາຍລວມຂອງກອງປະຊຸມ ແມ່ນເພື່ອແນໃສ່ດຶງດູດການສະຫນັບສະຫນູນຈາກປະຊາຄົມໂລກທີ່ສະຫງວນໃຫ້ແກ່ກິດຈະກຳການປະຕິຮູບຂອງ ອາບການິສະຖານ ພ້ອມທັງຮັບປະກັນການຫນູນຊ່ວຍຢ່າງລຽນຕິດກ່ຽວກັບດ້ານການເມືອງ ແລະ ການເງິນເພື່ອຊຸກຍູ້ການພັດທະນາ, ສະຖຽນລະພາບດ້ານເສດຖະກິດ ແລະ ວິວັດການກໍ່ສ້າງລັດ ອາບການິສະຖານ ໃນຮອບເວລາ 4 ປີຈະມາເຖິງ.