ປະຊາຊົນເອີລົບນັບມື້ນັບມີຄວາມເຊື່ອໝັ້ນຕໍ່ອະນາຄົດຂອງ ອີຢູ

(VOVWORLD) - ພາຍຫຼັງວັນຜູ້ມີສິດເລືອກຕັ້ງ ອັງກິດ ປ່ອນບັດເລືອກຕັ້ງຖອນອອກຈາກ ສະຫະພາບເອີລົບ (ອີຢູ) ໜຶ່ງປີ, ທີ່ຍັງເອີ້ນວ່າ Brexit, ຄວາມປະເອີບໃຈກ່ຽວກັບອະນາຄົດຂອງ ອີຢູ ພວມເພີ່ມຂຶ້ນ ແລະ ຄວາມເຊື່ອໝັ້ນຕໍ່ສະຫະພາບນີ້ແມ່ນຢູ່ໃນລະດັບສູງສຸດນັບແຕ່ປີ 2010. 
ປະຊາຊົນເອີລົບນັບມື້ນັບມີຄວາມເຊື່ອໝັ້ນຕໍ່ອະນາຄົດຂອງ ອີຢູ - ảnh 1 ພາບປະກອບ

ປະຊາຊົນ ເອີລົບ ເກືອບເຄິ່ງໜຶ່ງໄດ້ສະແດງຄວາມປະເອີບໃຈກ່ຽວກັບພື້ນຖານເສດຖະກິດຂອງເຂົາເຈົ້າ. ຂໍ້ມູນຂ່າວດັ່ງກ່າວໄດ້ຍົກອອກມາໂດຍອີງໃສ່ການສຳຫຼວດ 2 ຄັ້ງທີ່ໄດ້ດຳເນີນຜ່ານວີທີການສຳພາດໂດຍກົງ ຫຼື ຜ່ານໂທລະສັບ ແລະ ໄດ້ຮັບການປະກາດໃນວັນທີ 2 ສິງຫາ. ການສຳຫຼວດກໍ່ສະແດງໃຫ້ເຫັນທ່າທີຂອງປະຊາຊົນເອີລົບ ສຳລັບ ອີຢູ, ກໍ່ຄືບັນດາຄວາມສົນໃຈພ້ອມກັບສະຕິຄວາມຮັບຮູ້ກ່ຽວກັບສະພາບການເສດຖະກິດບັນດາປະເທດ ອີຢູ ກໍ່ຄືບາງປະເທດອື່ນໆ, ທີ່ພວມນັບມື້ນັບເພີ່ມຂຶ້ນ.

        ປະຊາຊົນ 11 ປະເທດນອກກຸ່ມ ອີຢູ ກໍ່ໄດ້ສຳຫຼວດຄຳເຫັນດ້ວຍຈຳນວນຜູ້ຖືກຖາມເກືອບທັງໝົດໃຫ້ຮູ້ວ່າ: ເຂົາເຈົ້າມີທັດສະນະຕັ້ງໜ້າກ່ຽວກັບ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ