ປະຊາຊົນ ຊີຣີ ແຫ່ຂະບວນປະທ້ວງເພື່ອສະໜັບສະໜູນທ່ານປະທານນາທິບໍດີ Bashar al Assad

ປະຊາຊົນ ຊີຣີ ແຫ່ຂະບວນປະທ້ວງເພື່ອສະໜັບສະໜູນທ່ານປະທານນາທິບໍດີ Bashar al Assad - ảnh 1
ປະຊາຊົນ ຊີຣີ ແຫ່ຂະບວນປະທ້ວງເພື່ອສະເໜັບສະໜູນທ່ານປະທານນາທິບໍດີ
 ( http://nld.com.vn )

( vovworld.vn ) ວັນ​ທີ 5 ກຸມພາ, ປະຊາຊົນ ຊີຣີ ​ນັບ​ພັນໆ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມ​ຫຼວງ Xaba’a Bahrat ຢູ່​ໃຈກາງ​ນະຄອນຫຼວງ Damascus ຂອງ ຊີຣີ ​ເພື່ອ​ສະ​ແດງ​ການ​ສະໜັບສະໜູນ​ຕໍ່ປະທາ​ນາ​ທິບໍດີ​ຂອງ​ປະ​ເທດ​ນີ້​ທ່ານ​ Bashar al Assad, ພາຍຫຼັງ​ມື້ໜື່ງ​ເມື່ອ​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ບໍ່​ອານຸມັດ​ຜ່ານ​ຮ່າງ​ມະຕິ​ກ່ຽວ​ກັບ ຊີຣີ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຈັບທຸງຊາດ​ຂອງ ຊີຣີ ​ແລະ ​ໂຮ່ຮ້ອງຄຳ​ຂວັນ​ທີ່ວ່າ ພ້ອມ​ແລ້ວຈະ​ເສຍ​ຊີວິດ​ເພື່ອ​ທ່ານ Assad, ບໍ່​ຢາກ​ພາຍ​ນອກ​ແຊກ​ແຊງ​ເຂົ້າ​ວຽກງານ​ພາຍ​ໃນ​ຂອງ ຊີຣີ ​ແລະ ຢືນຢັນ​ວ່າ ປະຊາຊົນ ຊີຣີ ສາມາດ​ແກ້​ໄຂ​ບັນຫາ​ບັນ​ກາ​ດ້ອຍ​ຕົນ​ເອງ​ໄດ້.

        ​ແລະ​ກໍ​ໃນ​ວັນ​ດຽວກັນ, ສັນນິບາດ AL ​ໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ບັນດາ​ຄວາມ​ມາ​ນະພະ​ຍາ​ຍາມ​ເພື່ອ​ຢຸດຕິ​ການ​ໃຊ້​ຄວາມ​ຮຸ​ນ​ແຮງດ້ານ​ການ​ທະຫານ​ຢູ່ ຊີຣີ ​ເພື່ອ​ສະກັດ​ກັ້ນ​ການ​ແຊກ​ແຊງ​ການ​ທະຫານ​ຈາ​ກພາຍ​ນອກ. ກ່າວ​ຄຳ​ເຫັນ​ພາຍຫຼັງ ລັດ​ເຊຍ ​ແລະ ຈີນ ຢັບຢັ້ງ​ຮ່າງ​ມະຕິ​ກ່ຽວກັບ ຊີຣີ ຢູ່ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ, ທ່ານ​ເລຂາທິການ​ໃຫຍ່ AL Nabil al Arabi ​ໃຫ້​ຮູ້​ວ່າ ​ເຖິງ​ວ່າ​ຮ່າງ​ມະຕິ​ບໍ່​ໄດ້​ຮັບ​ການ​ອະນຸມັດ​ຜ່ານ, ​ແຕ່​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ​ໄດ້​ມີ​ການ​ສະໜັບສະໜູນ​ຈາກ​ສາກົນ​ທີ່​ສະຫງວນ​ໃຫ້​ແກ່​ບັນດາ​ຂໍ້​ຕົກລົງ​ຂອງ AL, ​ເພາະ​ສະ​ນັ້ນ AL ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ ​ແລະ ຝ່າຍ​ຄ້ານ​ຢູ່ ຊີຣີ, ຜຸ​ກຮັດບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ເພື່ອ​ບັນລຸ​ຈຸດໝາຍ​ສຸດ​ທ້າ​ຍ​​ແມ່ນ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ, ປົກ​ປ້ອງ​ພົນລະ​ເມືອງ ຊີຣີ. ຄາດ​ວ່າ, AL ຈະ​ຈັດ​ກອງ​ປະຊຸມ​ໃນ​ວັນ​ທີ 11 ກຸມພາ​ທີ່​ຈະ​ມາ​ເຖິງ​ຢູ່ ກາຍ​ໂຣ ( ອີ​ຍີບ ) ​ເພື່ອ​ຕີ​ລາຄາ​ພາລະ​ກຳຂອງ​ນັກ​ສັງ​ເກດ​ການຂອງ AL ຢູ່​ ຊີຣີ ຄືນ​ໃໝ່​.
ຂ່າວ/ບົດ​ອື່ນ