(vovworld) - ວັນທີ 27/12, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລສ້າງຄູສີລະປະສູນກາງຫວຽດນາມ ໄດ້ຈັດຕັ້ງພິທີປະດັບຫຼຽນກາມິດຕະພາບ ແລະ ໃບຍ້ອງຍໍຂອງລັດຖະບານ ສປປ ລາວ ໃຫ້ມະຫາວິທະຍາໄລສ້າງຄູສີລະປະສູນກາງຫວຽດນາມ. ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີລາວ, ທ່ານ ກອງສີ ແສງມະນີ, ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາລາວ ໄດ້ປະດັບຫຼຽນກາມິດຕະພາບໃຫ້ໝູ່ຄະນະຂອງມະຫາວິທະຍາໄລສ້າງຄູສີລະປະສູນກາງຫວຽດນາມ, ມອບຫຼຽນກາໃຫ້ແກ່ທ່ານ ຟ້າມເລຮ່ວາ, ອະທິການບໍດີມະຫາວິທະຍາໄລສ້າງຄູສີລະປະສູນກາງຫວຽດນາມ ແລະ ໃບຍ້ອງຍໍໃຫ້ສ່ວນບຸກຄົນອີກ 6 ທ່ານ. ກ່າວຄຳເຫັນທີ່ພິທີ, ທ່ານ ທອງພິມ ບຸດສະດີ, ຫົວໜ້າກົມຈັດຕັ້ງ, ກະຊວງສຶກສາທິການ ແລະ ກິລາລາວ, ໃຫ້ຮູ້ວ່າ.
ທ່ານ ຟ້າມເລຮ່ວາ, ອະທິການບໍດີມະຫາວິທະຍາໄລສ້າງຄູສີລະປະສູນກາງຫວຽດນາມ, ຜູ້ທີ່ໄດ້ຮັບຫຼຽນກາມິດຕະພາບ ແລະ ໃບຍ້ອງຍໍຂອງລັດຖະບານລາວ ແບ່ງປັນວ່າ.
“ຕາງໜ້າໃຫ້ຄະນະພັກ ມະຫາວິທະຍາໄລສ້າງຄູສີລະປະສູນກາງ, ພວກຂ້າພະເຈົ້າມີຄວາມປິຕິຊົມຊືນໄດ້ຮັບລາງວັນອັນສູງສົ່ງນີ້ຂອງລັດຖະບານລາວ ທີ່ມອບໃຫ້ໂຮງຮຽນ,ໃຫ້ແກ່ຂ້າພະເຈົ້າ ແລະ ເພ່ືອນຮ່ວມງານຂອງຂ້າພະເຈົ້າ. ຍາມໃດພວກຂ້າພະເຈົ້າກໍຄິດວ່າ, ສາຍພົວພັນ ແລະ ອາລົມຈິດພິເສດລະຫວ່າງສອງປະເທດຫວຽດນາມ - ລາວ ແມ່ນມີມາແຕ່ດົນນານ ແລະ ລຸງໂຮ່ ໄດ້ສັ່ງສອນໃຫ້ພວກເຮົາວ່າ ຕ້ອງຮັກສານ້ຳໃຈສາມັກຄີມິດຕະພາບແບບພິເສດນັ້ນໄວ້ຕະຫຼອດການ.”