ປະຕິກິລິຍາຂອງຫວຽດນາມກ່ຽວກັບບັນຫານິວເຄຼຍຂອງອີຣານ

ປະຕິກິລິຍາຂອງຫວຽດນາມກ່ຽວກັບບັນຫານິວເຄຼຍຂອງອີຣານ - ảnh 1
ທ່ານ​ເລ​ຫາຍບີງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ
ພາບ:tinmoi.vn

(vovworld)- ວັນ​ທີ 10/4, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເຫນີ​ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ​ກ່ຽວ​ກັບ​ກຸ່ມ P5+1(ຊື່ງ​ລວມ​ມີ: ອາ​ເມ​ລິ​ກາ, ລັດ​ເຊຍ, ອັງ​ກິດ, ຝ​ລັ່ງ​, ຈີນ ແລະ ເຢຍ​ລະ​ມັນ) ແລະ ອີ​ຣານ ບັນ​ລຸ​ຂໍ້​ຕົກ​ລົງ​ແມ່​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ, ທ່ານ​ເລ​ຫາຍບີງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຊົມ​ເຊີຍ​ຂໍ້​ຕົກ​ລົງ​ແມ່​ເມື່ອ​ວັນ​ທີ 2/4/2015 ລະ​ຫວ່າງ P5+1 ແລະ ອີ​ຣານ, ຖື​ວ່າ ນີ້​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ມຸ່ງ​ໄປ​ເຖິງ​​ການແກ້​ໄຂ​ບັນ​ຫານິວ​ເຄຼຍ ຂອງ​ອີ​ຣານ ຜ່ານ​ການ​ເຈ​ລະ​ຈາ. ທ່ານ ເລ​ຫາຍ​ບີງ ຊີ້​ແຈ້ງວ່າ ຫວຽດ​ນາມ​ປາດ​ຖະ​ຫນາ​ຢາກ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ສືບ​ຕໍ່​ເຈ​ລະ​ຈາ ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ​ຮອບ​ດ້ານ​ໂດຍ​ໄວ​ໃຫ້​ແກ່​ບັນ​ຫາ​ນິວ​ເຄຼຍ ຂອງ​ອີ​ຣ​ານ ເພື່ອ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ