(vovworld) – ວັນທີ 31/10, ເມື່ອຕອບສຳພາດກ່ຽວກັບທັດສະນະຂອງຫວຽດນາມ ຕໍ່ເລື່ອງ, ວັນທີ 29/10/2015, ສານກຳມະການຄະດີຟີລິບປີນ ຮ້ອງຟ້ອງຈີນ ໄດ້ອອກຄຳຕັດສິນກ່ຽວກັບບັນຫາສິດອຳນາດ ແລະ ຖະແຫຼງການວັນທີ 30/10/2015 ຂອງກະຊວງການຕ່າງປະເທດຈີນ ທີ່ປະຕິເສດຄຳຕັດສິນດັ່ງກ່າວ, ໃນນັ້ນສືບຕໍ່ຢັ້ງຢືນອະທິປະໄຕຂອງຈີນ ສຳລັບບັນດາໝູ່ເກາະຢູ່ທະເລຕາເວັນອອກ, ກໍຄືບັນດາສິດຜົນປະໂຫຍດຂອງຈີນ ຢູ່ທະເລຕາເວັນອອກ. ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ໄດ້ຢັ້ງຢືນອີກເທື່ອໜຶ່ງ ກ່ຽວກັບອະທິປະໄຕທີ່ບໍ່ອາດໂຕ້ຖຽງກັນຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ກ່ຽວຂ້ອງເຖິງຄະດີຮ້ອງຟ້ອງຂອງຟີລິບປີນ, ຫຼາຍຄັ້ງແລ້ວທີ່ ຫວຽດນານ ໄດ້ສະແດງໃຫ້ເຫັນທັດສະນະຂອງຕົນ, ພິເສດແມ່ນໃນຖະແຫຼງການຂອງກະຊວງການຕ່າງປະເທດຫວຽດນາມ ຝາກເຖິງສານກຳມະການ ເມື່ອວັນທີ 05/12/2014. ຫວຽດນາມ ຈະສືບຕໍ່ຕິດຕາມວິວັດທະນາການຕໍ່ໄປຂອງຄະດີຮ້ອງຟ້ອງ ແລະ ຮັກສາສິດນຳໃຊ້ທຸກມາດຕະການສັນຕິພາບທີ່ເໝາະສົມ ແລະ ຈຳເປັນເພື່ອປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຢູ່ທະເລຕາເວັນອອກ.