ປະຕິກິລີຍາຂອງຫວຽດນາມຕໍ່ເລື່ອງກຳປັ່ນອາເມລິກາເຂົ້າບໍລິເວນໃກ້ກັບໝູ່ເກາະຮ່ວາງຊາ
ກຳປັ່ນພິຄາດອາເມລິກາ USS Decatur (AFP) |
(vovworld)- ວັນທີ 24/10, ຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລີຍາຂອງຫວຽດນາມກ່ຽວກັບການເຄື່ອນໄຫວຂອງກຳປັ່ນພິຄາດອາເມລິກາ USS Decatur ເມື່ອວັນທີ 21/10 ຢູ່ບໍລິເວນໃກ້ກັບໝູ່ເກາະຮ່ວາງຊາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ເນັ້ນໜັກວ່າ : ຫວຽດນາມພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິທຳຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕຂອງຕົນທີ່ມີຕໍ່ໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາຂອງຫວຽດນາມ. ຫວຽດນາມເຄົາລົບເລື່ອງບັນດາປະເທດປະຕິບັດບັນດາສິດຢູ່ທະເລຕາເວັນອອກທີ່ສອດຄ່ອງກັບຂໍ້ກຳນົດຂອງສົນທິສັນຍາ, ໃນນັ້ນມີສິດເສລີໃນການເດີນເຮືອ ແລະ ການບິນ. ຫວຽດນາມເນັ້ນໜັກວ່າ ທຸກໆປະເທດຕ້ອງມີການປະກອບສ່ວນທີ່ມີລັກສະນະສ້າງສັນ ແລະ ຕັ້ງໜ້າ, ສອດຄ່ອງກັບກົດໝາຍສາກົນ ແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ແລະ ເຄົາລົບກົດໝາຍຢູ່ຕາມບໍລິເວນທະເລ ແລະ ມະຫາສະໝຸດ.