ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິ່ງ
(ພາບ: vtc.vn)
(vovworld) - ວັນທີ 23/9, ເມື່ອຕອບສຳພາດຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງຫວ່າງແລ້ວນີ້, ລັດຖະບານ ຈີນ ໄດ້ຮັບຮອງເອົາ “ແຜນຜັງເຂດໜ້າທີ່ຕົ້ນຕໍກ່ຽວກັບທະເລໃນທົ່ວປະເທດ” ໃນນັ້ນ ລວມມື 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂອງ ຫວຽດນາມ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິ່ງ ຊີ້ແຈ້ງວ່າ:
“ ຫວຽດນາມ ໄດ້ຢືນຢັນອະທິປະໄຕທີ່ບໍ່ສາມາດໂຕ້ຖຽງກັນຂອງຕົນສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາຫຼາຍຄັ້ງແລ້ວ. ທຸກການເຄື່ອນໄຫວຂອງບັນດາຝ່າຍຕ່າງປະເທດຢູ່ເຂດນີ້ ເຊິ່ງບໍ່ໄດ້ຮັບຄວາມເຫັນດີຂອງ ຫວຽດນາມ ແມ່ນການລະເມີດກົດໝາຍສາກົນ, ລ່ວງລ້ຳອະທິປະໄຕຂອງ ຫວຽດນາມ ແລະ ໄຮ້ຄຸນຄ່າ. ຫວຽດນາມ ເດັດດຽວຄັດຄ້ານການກະທຳດັ່ງກ່າວຂອງ ຈີນ, ພ້ອມທັງຮຽກຮ້ອງຈີນເຄົາລົບອະທິປະໄຕຂອງຫວຽດນາມ, ຍົກເລີກການກະທຳທີ່ຜິດພາດດັ່ງກ່າວໃນທັນທີ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ -ຈີນ, ກໍ່ຄືຮັກສາສັນຕິພາບ ແລະ ສະຖຽນລະພາບໃນທະເລຕາເວັນອອກ ”