ປະຕິກິລິຍາຂອງໂລກຕໍ່ ເລື່ອງ ອີຮານ ກໍ່ສ້າງເຕົາປະຕິກອນ ນິວເຄຼຍ.

ປະຕິກິລິຍາຂອງໂລກຕໍ່ ເລື່ອງ ອີຮານ ກໍ່ສ້າງເຕົາປະຕິກອນ ນິວເຄຼຍ. - ảnh 1
ປະທານາທິບໍດີ ອີ​ຮານ ​​ໃຫ້​ກໍ່ສ້າງ​ເຕົາ​ປະຕິ​ກອນ​ນິວ​ເຄຼຍຕື່ມ​ອີກ 4 ​ເຕົາ
(ພາບ:vietnamplus.vn)

(vovworld) -ວັນ​ທີ 15/2, ປະທານາທິບໍດີ ອີ​ຮານ Mahmoud Ahmadinejad ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກໍ່ສ້າງ​ເຕົາ​ປະຕິ​ກອນ​ນິວ​ເຄຼຍຕື່ມ​ອີກ 4 ​ເຕົາ ​ເພື່ອ​ເພີ່ມ​ຈຳນວນເຕົາ​ປະຕິ​ກອນ​ນິວ​ເຄຼຍທີ່​ພວມ​ເຄື່ອນ​ໄຫວ​ຢູ່ ​ເຕ​ເຮ​ຮານ. ຄຳ​ສັ່ງ​ຂອງ ປະທານາທິບໍດີ ອີ​ຮານ Mahmoud Ahmadinejad  ຖືກ​ຍົກ​ອອກ​ມາ ​ໃນ​ຂະນະ​ທີ່ ອີ​ຮານ ຫາ​ກໍ່​ປະກາດ​ຄວາມ​ກ້າວໜ້າ​ຕ່າງໆ​ໃນ​ໂຄງການ​ນິວ​ເຄຼຍ ທີ່​ໄດ້​ກໍ່​ຄວາມ​ຖົກ​ຖຽງ​ກັນ​ຂອງ​ປະ​ເທດ​ນີ້​. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Victoria Nulan, ຖື​ວ່າ, ຄວາມ​ຈິ່ງ​ແລ້ວ, ຄວາມ​ກ້າວໜ້າ​ດັ່ງກ່າວ​​ພຽງ​ແຕ່ແມ່ນ​ເລື່ອງ​ປັ້ນ​ແຕ່ງ​ເທົ່າ​ນັ້ນ. ​ສ່ວນ​ທ່ານເລຂາ​ສື່​ມວນ​ຊົນ​ຂອງ​ທຳນຽບຂາວ Jay Carney ພັດ​ຖື​ວ່າ ອີ​ຮານ​ພວມ​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ເຂົ້າ​ໃຈ​ຕາມ​ແນວ​ອື່ນ ກ່ຽວ​ກັບ​ຄວາມ​ເສຍ​ຫາຍ ​ໂດຍ​ຄຳ​ສັ່ງ​ຂວ້ຳ​ບາດສາກົນ​ກໍ່​ຂຶ້ນ​ໃຫ້​ປະ​ເທດ​ອິດສະ​ລາມ​ນີ້. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Ryabkorav ພັດ​ຊີ້​ແຈ້ງວ່າ, ປະ​ເທດ​ອີ​ຮານທີ່​ກຳມະສິດ​ດ້ານ​ອາວຸດ​ນິວ​ເຄຼຍບໍ່​ແມ່ນ​ການ​ເລືອກ​ເຝັ້ນ​ຂອງ​ລັດ​ເຊຍ. ​ແຕ່​ທ່ານ​ກໍ່​ຖະ​ແຫຼ​ງວ່າ, ມົດ​ສະ​ກູ​ຈະ​ບໍ່​ເຂົ້າ​ຮ່ວມ​ບັນດາ​ຄຳ​ສັ່ງ​ລົງ​ໂທດ ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ລະບອບ​ຢູ່​ອີ​ຮານ​ມີ​ການ​ປ່ຽນ​ແປງ.

ຕອບກັບ

ຂ່າວ/ບົດ​ອື່ນ