(vovworld) - ທ່ານ Nguyen Chien Thang, ປະທານຄະນະກຳມະການປະຊາຊົນ ແຂວງ ແຄ໋ງຮ່ວາ ໄດ້ມີຄຳເຫັນຕໍ່ເລື່ອງ ຈີນໄດ້ສ້າງຕັ້ງອັນທີ່ເອີ້ນວ່າ “ນະຄອນ ຊານຊາ” ວ່າ: ເມືອງເກາະ ເຈື່ອງຊາ ແມ່ນພາກສ່ວນໜຶ່ງ ທີ່ບໍ່ອາດຕັດແຍກອອກຈາກດິນແດນຫວຽດນາມ ແລະ ສັງກັດສິດຄຸ້ມຄອງບໍລິຫານຂອງແຂວງ ແຄ໋ງຮ່ວາ.
ອຳນາດການປົກຄອງ ແລະ ປະຊາຊົນແຂວງແຄ໋ງຮ່ວາ ສຸດທີ່ບໍ່ພໍໃຈຕໍ່ເລື່ອງ ຈີນ ຕົກລົງສ້າງຕັ້ງອັນທີ່ເອີ້ນວ່າ “ນະຄອນ ຊານຊາ” ດ້ວຍບໍລິເວນຄຸ້ມຄອງ ລວມມີ: ເມືອງເກາະ ເຈື່ອງຊາ. ຂໍ້ຕົກລົງນີ້ ໄດ້ລະເມີດຢ່າງຮ້າຍແຮງເຖິງ ອະທິປະໄຕຂອງຫວຽດນາມ ແລະ ບໍ່ມີຄຸນຄ່າດ້ານກົດໝາຍ. ພວກຂ້າພະເຈົ້າເດັດດຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ຈີນ ຍົກເລີກ ຂໍ້ຕົກລົງທີ່ຜິດພາດ ແລະ ໄຮ້ນິຕິທຳນີ້, ແລະ ບໍ່ມີການກະທຳໃດໆ ສົ່ງຜົນສະທ້ອນບໍ່ດີເຖິງການພົວພັນ, ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ແລະ ອາລົມຈິດຂອງ ປະຊາຊົນແຂວງ ແຄ໋ງຮ່ວາ.
ກ່ຽວຂ້ອງເຖິງເລື່ອງ ຈີນໄດ້ສ້າງຕັ້ງອັນທີ່ເອີ້ນວ່າ “ນະຄອນ ຊານຊາ” ທ່ານ Van Huu Chien, ປະທານຄະນະກຳມະການປະຊາຊົນ ນະຄອນ ດ່າໜັງ ກໍມີຄຳເຫັນວ່າ: ເມືອງເກາະ ຮ່ວາງຊາ ແມ່ນພາກສ່ວນໜຶ່ງ ທີ່ບໍ່ອາດຕັດແຍກອອກຈາກດິນແດນຫວຽດນາມ ແລະ ສັງກັດສິດຄຸ້ມຄອງບໍລິຫານຂອງນະຄອນ ດ່າໜັງ.
ອຳນາດການປົກຄອງ ແລະ ປະຊາຊົນນະຄອນດ່າໜັງ ສຸດທີ່ບໍ່ພໍໃຈຕໍ່ເລື່ອງ ຈີນ ຕົກລົງສ້າງຕັ້ງອັນທີ່ເອີ້ນວ່າ “ນະຄອນ ຊານຊາ” ດ້ວຍບໍລິເວນຄຸ້ມຄອງ ລວມມີ: ເມືອງເກາະ ຮ່ວາງຊາ. ຂໍ້ຕົກລົງນີ້ ໄດ້ລະເມີດຢ່າງຮ້າຍແຮງເຖິງ ອະທິປະໄຕຂອງຫວຽດນາມ ແລະ ບໍ່ມີຄຸນຄ່າດ້ານກົດໝາຍ. ພວກຂ້າພະເຈົ້າເດັດດຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ຈີນ ຍົກເລີກ ຂໍ້ຕົກລົງທີ່ຜິດພາດ ແລະ ໄຮ້ນິຕິທຳນີ້, ແລະ ບໍ່ມີການກະທຳໃດໆ ສົ່ງຜົນສະທ້ອນບໍ່ດີເຖິງການພົວພັນ, ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ແລະ ອາລົມຈິດຂອງ ປະຊາຊົນນະຄອນ ດ່າໜັງ.