ປະຕິບັດໂຄງການເຄື່ອນໄຫວແຫ່ງຊາດ “ບໍ່ມີໄພອຶດຫິວ”

(VOVWORLD) -ທ່ານ ຈີ້ງດີ່ງຢູງ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດໂຄງການເຄື່ອນໄຫວ“ບໍ່ມີໄພອຶດຫິວ” ຢູ່ ຫວຽດນາມ ຮອດປີ 2025 ຫາກໍ່ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ປະຕິບັດສຳເລັດ ແລະ ຈັດຕັ້ງຜັນຂະຫຍາຍການປະຕິບັດໂຄງການເຄື່ອນໄຫວແຫ່ງຊາດ “ບໍ່ມີໄພອຶດຫິວ”

ປະຕິບັດໂຄງການເຄື່ອນໄຫວແຫ່ງຊາດ “ບໍ່ມີໄພອຶດຫິວ” - ảnh 1 ທ່ານ ຈີ້ງດີ່ງຢູງ ຮອງນາຍົກລັດຖະມົນຕີ,

ຫົວໜ້າຄະນະຊີ້ນຳແຫ່ງຊາດໂຄງການເຄື່ອນໄຫວ“ບໍ່ມີໄພອຶດຫິວ” ຢູ່ ຫວຽດນາມ

(ພາບ: TTXVN)

ພາຍຫຼັງທີ່ທ່ານ ນາຍົກລັດຖະມົນຕີ ອະນຸມັດຜ່ານ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ຮັບເອົາ, ປັບປຸງກົດລະບຽບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຊີ້ນຳໃຫ້ສຳເລັດ, ຍື່ນສະເໜີຕໍ່ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳພິຈາລະນາ, ລົງນາມປະກາດໃຊ້ໃນໄຕມາດ I ປີ 2018.

        ຂໍ້ລິເລີ່ມ “ບໍ່ມີໄພອຶດຫິວ” ໂດຍທ່ານ ເລຂາທິການໃຫຍ່ ສະຫະປະຊາຊາດ ຍົກອອກມາທີ່ກອງປະຊຸມພັດທະນາແບບຍືນຍົງ Rio + 20 ຢູ່ ບຣາຊີນ ໃນເດືອນມິຖຸນາ 2012. ຂໍ້ລິເລີ່ມກ່ຽວຂ້ອງເຖິງການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ສະຫັດສະວັດ 2 (MDG 2) ກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ເພື່ອແນໃສ່ຮັບປະກັນການພັດທະນາລະບົບການຜະລິດແບບຍືນຍົງ, ເພີ່ມສະມັດຕະພາບການຜະລິດ ແລະ ລາຍຮັບຂອງບັນດາຄົວເຮືອນຊາວກະສິກອນ, ຊຸມຊົນມີສະບຽງອາຫານຢ່າງພຽງພໍ, ເດັກນ້ອຍອາຍຸຕ່ຳກວ່າ 2 ປີ ບໍ່ຂາດສານອາຫານ, ບໍ່ມີການຮົ່ວໄຫລ ແລະ ບໍ່ຟຸມເຟືອຍດ້ານສະບຽງອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ