ປະຕິຮູບດ້ານຕຸລະການກ່ຽວກັບການປັບປຸງລະບົບກົດໝາຍອາຍາ,ແພ່ງແມ່ນຄວາມຕ້ອງການຈຳເປັນໃນປະຈຸບັນ

ປະຕິຮູບດ້ານຕຸລະການກ່ຽວກັບການປັບປຸງລະບົບກົດໝາຍອາຍາ,ແພ່ງແມ່ນຄວາມຕ້ອງການຈຳເປັນໃນປະຈຸບັນ - ảnh 1
ທ່ານ​ປະທານ​ປະ​ເທດ ເຈືອງເຕີນຊາງກ່າວຄຳເຫັນທີ່ວາລະ​ປະຊຸມ​
(ພາບ: Nguyễn Khang – TTXVN)

(vovworld) - ວັນ​ທີ 13/9, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ການປະຕິ​ຮູບດ້ານ​ຕຸລາການ​ສູນ​ກາງ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຄັ້ງ​ທີ 16. ທີ່​ການ​ເຮັດ​ວຽກ, ບັນດາ​ສະມາຊິກ​ຂອງ​ຄະນະ​ຊີ້​ນຳ​ໄດ້​ຮັບ​ຟັງ ​ແລະ ປະກອບ​ຄຳ​ເຫັນ​ກ່ຽວ​ກັບ: ບົດ​ລາຍ​ງານ​ຂອງ​ໜ່ວຍ​ຄົ້ນ​ຄ້ວາລະ​ຫວ່າງ​ຂະ​ແໜງ​ກ່ຽວ​ກັບ​ໝາ​ກຜົນ​ຂອງ​ການ​ຄົ້ນ​ຄ້ວາ, ສະ​ເໜີ​ເນື້ອ​ໃນ​ຮ່າງ​​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ບັນດາ​ບົດ​ລາຍ​ງານ​ຂອງ​ຄະນະ​ພະນັກງານ​ພັກ ກະຊວງ​ຍຸຕິ​ທຳ ກ່ຽວ​ກັບ​ບາງ​ເນື້ອ​ໃນ​ພື້ນຖານ​ຂອງ​ການ​ປັບປຸງ, ​ເພິ່ມ​ເຕີມປະມວນ​ກົດໝາຍ​ອາຍາ ປີ 1999 ​ແລະ ປະມວນກົດໝາຍ​ແພ່ງ​ປີ 2005. ສະຫລຸບ​ວາລະ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢັ້ງຢືນ​ວ່າ: ​ເລື່ອງ ປັບ​ປຸງ, ​ເພີ່ມ​ເຕີມປະມວນກົດໝາຍ 2 ສະບັບ​ດັ່ງກ່າວ​ແມ່ນ​ຈຳ​ເປັນ. ຈຸດໝາຍ, ທັດສະນະ, ​ເນື້ອ​ໃນ​ປັບປຸງປະມວນກົດໝາຍ 2 ສະບັບ​​ເໝາະສົມ​ກັບ​ແຜນ​ນະ​ໂຍບາຍ​ປັບປຸງກົດໝາຍ​ອາຍາ, ​ແພ່ງ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ຕ້ອງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນດາ​ສະມາຊິກ​ຄະນະ​ຊີ້​ນຳ, ປັບປຸງ, ​ເພີ່ມ​ເຕີມ, ​ໃບ​ສະ​ເໜີ, ​ລາຍ​ງານ​ໝາກຜົນ​ການ​ຄົ້ນ​ຄ້ວາ, ສະ​ເໜີ​ເນື້ອ​ໃນ​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ໃຫ້​ຄົບ​ຖ້ວນ.



ຂ່າວ/ບົດ​ອື່ນ