ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ ນະຄອນ ເກິນເທີ

(VOVWORLD) -ຕອນບ່າຍວັນທີ 22 ພະຈິກ, ຄະນະສະມາຊິກສະພາແຫ່ງຊາດຫົວໜ່ວຍນະຄອນເກິນເທີ ໂດຍທ່ານເລຂາສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ນໍາໜ້າ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XIV ຢູ່ເມືອງ ໂທດໂນດ.  
ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ ນະຄອນ ເກິນເທີ - ảnh 1ທ່ານປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນພົບປະກັບຜູ້ມີສິດເລືອກຕັ້ງ ນະຄອນ ເກິນເທີ (ພາບ: TTXVN)

ທີ່ການພົບປະ,ຜ່ານການປະກອບຄໍາເຫັນຂອງຜູ້ມີສິດເລືອກຕັ້ງໃນວຽກງານວາງແຜນຜັງຍັງຄົງຄ້າງ ເຮັດໃຫ້ປະຊາຊົນຕ້ອງດໍາລົງຊີວິດໃນເຂດມົນລະພິດສິ່ງແວດລ້ອມ, ທ່ານ ເຈິ່ນແທັງເໝິນ ສະເໜີໃຫ້ເມືອງ ໂທດໂລດ ປະຕິບັດການວາງແຜນພົນລະເມືອງໄລຍະ 3 ຢ່າງເຂັ້ມງວດ, ບໍ່ປະໃຫ້ປະຊາຊົນຕ້ອງດໍາລົງຊີວິດໃນເຂດເປັນມົນລະພິດ.

        ສໍາລັບການປະກອບຄໍາຄິດເຫັນກ່ຽວກັບມາດຕະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ທ່ານປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ຫຼາຍຄະດີສໍ້ລາດບັງຫຼວງ ໄດ້ຮັບການແກ້ໄຂບົນເນື້ອໃນຈິດໃຈ “ບໍ່ມີເຂດຫ້າມ”. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນໍາສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ມອບໜ້າທີ່ໃຫ້ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ແນວໂຮມປະເທດຊາດຂັ້ນຕ່າງໆ ຕັ້ງໜ້າຂົນຂວາຍປະຊາຊົນເຂົ້າຮ່ວມການກ່າວປະນາມການສໍ້ລາດບັງຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ