ທ່ານປະທານ ຫງວຽນທ້ຽນເຍີນ
(vovworld) - ໂດຍໄດ້ຮັບຄຳເຊີນຂອງກະຊວງການຕ່າງປະເທດ ສ.ເກົາຫຼີ, ຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານປະທານ ຫງວຽນທ້ຽນເຍີນ ນຳໜ້າທີ່ພວມຢ້ຽມຢາມມິດຕະພາບ ສ.ເກົາຫຼີ ໃນລະຫວ່າງວັນທີ 16/08 – 20/08. ຄາດວ່າ ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ເກົາຫຼີ ຄັ້ງນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Hwang Kyo-ahn ແລະ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Chung Sye-kyun ຕາມພິທີການທູດ; ເປັນປະທານກອງປະຊຸມສຳມະນາ: “ຜົນງານພາຍຫລັງ 30 ປີແຫ່ງການປ່ຽນໃໝ່ຂອງ ຫວຽດນາມ”; ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ; ຊອກຮູ້ບາງບົດຮຽນ ແລະ ຮຸບແບບທີ່ດີຢູ່ ສ.ເກົາຫຼີ ຄື: ປະຊາຊົນເຂົ້າຮ່ວມການຄຸ້ມຄອງດ້ວຍຕົນເອງຢູ່ຂັ້ນຮາກຖານ, ສະຫະກອນທີ່ກ້າວໜ້າ, ຄຸ້ມຄອງຄວາມປອດໄພດ້ານອາຫານ ແລະ ສຳຫລວດກ່ຽວກັບໂຄງການພັດທະນາຖະໜົນສະຫລາດສະຫຼຽວຂອງ Korea Telecom.