ປະທານປະເທດຕ້ອນຮັບພວກຫຼານເຍົາວະຊົນດີເດັ່ນທີ່ປະສົບກັບຄວາມຫຍຸ້ງຍາກ

ປະທານປະເທດຕ້ອນຮັບພວກຫຼານເຍົາວະຊົນດີເດັ່ນທີ່ປະສົບກັບຄວາມຫຍຸ້ງຍາກ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພົບ​ປະ​
ເດັກນ້ອຍ​ເຍົາວະ​ຊົນ​ດີ​ເດັ່ນຂອງ 11 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ
(ພາບ: TTXVN)


(vovworld) –  ​ເນື່ອງ​ໃນ​​ໂອກາດ​ວັນ​ເດັກ​ນ້ອຍສາກົນ 01/06, ຕອນ​ບ່າຍ​ວັນ​ທີ 29/05, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​​ພົບ​ປະ​ເດັກນ້ອຍ​ເຍົາວະ​ຊົນ​ດີ​ເດັ່ນຂອງ 11 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ 55 ຄົນ, ​ເນື່ອງ​ໃນ​ໂອກາດທີ່​ພວກ​ຫຼານມາ​ຢ້ຽມຢາມ​ນະຄອນຫຼວງ ​ແລະ ​ເຂົ້າ​ຮ່ວມ​ພິທີ​ຍ້ອງຍໍ. ທ່ານ​ປະທານ​ປະ​ເທດ​ໄດ້​ຍ້ອງຍໍ​ຜົນງານ​ຂອງ​ພວກ​ຫຼານ​ເຍົາວະ​ຊົນ ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ​ແຕ່​ຍັງ​ຜ່ານ​ຜ່າ​ຄວາມ​ທຸກ​ຍາກ​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ບັນດາ​ເຍົາວະ​ຊົນ​ດີ​ເດັ່ນ​. ທ່ານ​ປະທານ​ປະ​ເທດ ​ເຈື່ອງ​ເຕີນ​ຊາງ ຢືນຢັນ​ວ່າ, ຍາມ​ໃດ​ພັກ, ລັດ ກໍ່​​ໃຫ້​ຄວາມເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງພວກ​ຫຼານເຍົາວະ​ຊົນ, ພິ​ເສດ​ແມ່ນເດັກນ້ອຍ​​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ທ່ານ​ປະທານ​ປະ​ເທດ​ໄດ້​ຕັກ​ເຕືອນ​ພວກ​ຫຼານ​ວ່າ ຈົ່ງ​ອຸ່ນ​ອ່ຽນ​ໃຈ​ສູ້​ຊົນ​ເພື່ອ​ບັນລຸ​ໄດ້​ຄວາມ​ໄຝ່ຝັນ​ຂອງ​ຕົນ, ຍາມ​ໃດ​ທົ່ວ​ສັງຄົມກໍ່​​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ພວກ​ຫຼານ. ທ່ານ​ປະທານ​ປະ​ເທດ ອວຍພອນ​ໃຫ້​ພວກ​​ຫຼານເຍົາວະ​ຊົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເວົ້າ​ສະ​ເພາະ ​ແລະ ​ເຍົາວະ​ຊົນ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມຮໍ່າຮຽນ​​ໃຫ້​ດີ, ມານະ​ພະຍາຍາມສູ້​ຊົນ​ເພື່ອ​ບັນລຸ​ຜົນງານ​ສູງກວ່າ​ອີກ ​ເພື່ອ​​ໃຫ້ສົມ​​ເປັນ​ລູກ​ຄ​ຳຮູ້, ຮຽນ​ເກັ່ງ ​ແລະ ກາຍ​ເປັນ​ພົນລະ​ເມື່ອງທີ່​ມີຜົນ​ປະ​ໂຫຍ​ດ, ​ເປັນ​ເຈົ້າ​ຂອງ​​ປະ​ເທດ​ຊາດ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ