ປະທານປະເທດຫວັງວ່າIMFຈະໜູນຊ່ວຍຫວຽດນາມກາຍເປັນປະເທດມີລະດັບລາຍຮັບສູງກວ່າ
ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຕ້ອນຮັບ
ຮອງຜູ້ອຳນວຍການກອງທຶນເງິນຕາສາກົນ
(ພາບ: TTXVN)
(vovworld) - ວັນທີ 11/6, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Mitsuhiro Furusawa, ຮອງຜູ້ອຳນວຍການກອງທຶນເງິນຕາສາກົນ (IMF) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຕີລາຄາສູງການໜູນຊ່ວຍຂອງ IMF ທີ່ມີຕໍ່ການພັດທະນາຂອງຫວຽດນາມ ໃນໄລຍະຜ່ານມາ; ພ້ອມທັງຢືນຢັນ IMF ຍາມໃດກໍ່ແມ່ນເພື່ອນຮ່ວມເດີນທາງພ້ອມກັບຫວຽດນາມໃນການໃຫ້ຄຳປຶກສາດ້ານນະໂຍບາຍເສດຖະກິດ, ແມ່ນນັກອຸປະຖຳສຳຄັນໃຫ້ບັນດາໂຄງການພັດທະນາເສດຖະກິດສັງຄົມຂອງຫວຽດນາມ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ເນັ້ນໜັກວ່າ, ຫວຽດນາມ ພວມເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງເຂົ້າກັບພື້ນຖານເສດຖະກິດໂລກ, ຊີວິດຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ວຽກງານລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກໄດ້ຮັບການຕີລາຄາສູງຈາກສະຫະປະຊາຊາດ… ທ່ານປະທານຫວັງວ່າ IMF ສືບຕໍ່ໃຫ້ຄຳປຶກສາດ້ານນະໂຍບາຍ, ໜູນຊ່ວຍໃຫ້ຫວຽດນາມໃນການປະຕິຮູບດ້ານເສດຖະກິດ, ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ມີຈີນຕະນາການທັນສະໄໝ ເພື່ອຕອບສະໜອງໃຫ້ແກ່ການພັດທະນາຂອງຫວຽດນາມ, ເພື່ອໃຫ້ຫວຽດນາມ ຫຼຸດພົ້ນອອກຈາກກຸ່ມບັນດາປະເທດທີ່ມີລະດັບລາຍຮັບສະເລ່ຍຕຳ່ ແລະ ກາຍເປັນປະເທດທີ່ມີລະດັບລາຍຮັບສູງກວ່າ. ພິເສດແມ່ນໃນໄລຍະທີ່ຫວຽດນາມ ພວມກະກຽມສ້າງຍຸດທະສາດ ແລະ ແຜນການພັດທະນາເສດຖະກິດສັງຄົມໄລຍະ 5 – 10 ປີຈະມາເຖິງ.
ສ່ວນທ່ານຮອງຜູ້ອຳນວຍການ IMF ແລະ ບັນດາສະມາຊິກຢືນຢັນວ່າ, IMF ພ້ອມແລ້ວທີ່ຈະຮ່ວມມື ແລະ ໜູນຊ່ວຍຫວຽດນາມ ດ້ານການເງິນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ໃຫ້ຄຳປຶກສາກ່ຽວກັບນະໂຍບາຍໃຫ້ແກ່ການພັດທະນາໃນໄລຍະຈະມາເຖິງ.