ປະທານປະເທດຫວຽດນາມເຈືອງເຕີ໋ນຊາງຕ້ອນຮັບລັດຖະມົນຕີວ່າການກະຊວງປ້ອງກັນປະເທດສະໂລວາກີ
ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຕ້ອນຮັບທ່ານລັດຖະມົນຕີ
ວ່າການກະຊວງປ້ອງກັນປະເທດ Martin Glavac
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 9/6, ທ່ານປະທານປະເທດຫວຽດນາມ ເຈືອງເຕີ໋ນຊາງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດສະໂລວາກີ Martin Glavac ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຢັ້ງຢືນວ່າ: ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍ ຍາມໃດກໍຖືເປັນສຳຄັນການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ສະໂລວາກີ. ທ່ານປະທານປະເທດຫວຽດນາມ ກໍ່ປາດຖະໜາວ່າ: ໃນໄລຍະຈະມາເຖິງ ຫວຽດນາມ ແລະ ສະໂລວາກີ ຈະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆເປັນປະຈຳ, ພ້ອມທັງເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າກ່ວາອີກ. 2 ຝ່າຍຕ້ອງກວດກາຄືນບັນດາສັນຍາທີ່ໄດ້ຮັບການລົງນາມແລ້ວ ເພື່ອສ້າງເງື່ອນໄຂນຳວົງເງິນການຄ້າລື່ນກ່າຍຕົວເລກ 400 ລ້ານ USD ຄືປະຈຸບັນ. ພ້ອມນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອໃຫ້ສິນຄ້າຂອງ ສະໂລວາກີ ແຊກຊຶມເຂົ້າຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຂອງ ASEAN. ສຳລັບການຮ່ວມມືປ້ອງກັນຊາດປ້ອງກັນຄວາມສະຫງົບ, ທ່ານປະທານປະເທດຫວຽດນາມ ສະເໜີທັງ 2 ຝ່າຍຕ້ອງຊອກຫາບັນດາຂົງເຂດບຸລິມະສິດເພື່ອຮ່ວມມື, ຜັນຂະຫຍາຍບັນດາຂໍ້ຕົກລົງເຊິ່ງໄດ້ຮັບການລົງນາມໂດຍໄວ ພິເສດແມ່ນຂົງເຂດບຳລຸງສ້າງ, ຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ເພື່ອໃຫ້ການຮ່ວມມືລະຫວ່າງ 2 ຝ່າຍມີປະສິດທິຜົນ ແລະ ແທດຈິງ ./.