ປະທານ ເຈືອງເຕີນຊາງ ກັບພະນັກງານ ນັກຮົບຂອງກອງບັນຊາການຕຳຫຼວດເຄື່ອນທີ່
(ພາບ:truongtansang.net)
( vovworld ) – ຕອນເຊົ້າວັນທີ 6/3, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການຕຳຫຼວດເຄື່ອນທີ່. ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ຍ້ອງຍໍຊົມເຊີຍຜົນງານຂອງກຳລັງຕຳຫຼວດເຄື່ອນທີ່ໃນຊຸມປີທີ່ຜ່ານມາ ແລະ ເນັ້ນໜັກວ່າ ເລື່ອງຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ບັນດາເຫດການການເມືອງ, ເສດຖະກິດ, ວັດທະນະທຳຂະໜາດໃຫ່ຍ ຊື່ງໄດ້ປະກອບສ່ວນສ້າງພາບພົດຫວຽດນາມ ແມ່ນຈຸດນັດພົບທີ່ປອດໄພ. ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ເວົ້າວ່າ: “ຂ້າພະເຈົ້າຕີລາຄາສູງທີ່ສຸດ ເພາະວ່າ ໃນສະພາບການຢູ່ພາຍໃນ ແລະ ພາຍນອກ, ນອກຈາກສິ່ງທີ່ສະດວກແລ້ວ ຍັງມີຄວາມຫຍຸ້ງຍາກ, ສັບສົນ ແຕ່ບັນດານັກຮົບຍັງປະກອບສ່ວນກຳລັງເຮື່ອແຮງຂອງຕົນ ພ້ອມກັບບັນດາກຳລັງມີໜ້າທີ່ຮັບຜິດຊອບ ເພື່ອປ້ອງກັນຄວາມປອດໄພໃຫ້ບັນດາການເຄື່ອນໄຫວດ້ານການເມືອງໃນທັງປີຢ່າງໝັ້ນຄົງ. ມາຮອດຈຸດເວລານີ້, ເຖິງວ່າສະພາບການໂລກຍັງສັບສົນກໍຕາມ ແຕ່ພວກເຮົາກໍເຫັນໄດ້ຈຳນວນແຂກທ່ອງທ່ຽວຕ່າງປະເທດມາຫວຽດນາມ ບໍ່ຫລຸດລົງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມປອດໄພ ສຳລັບແຂກທ່ອງທ່ຽວຕ່າງປະເທດ“
ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ເນັ້ນໜັກວ່າ ໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ຍາມໃດພັກ, ລັດກໍເອົາໃຈໃສ່ເຖິງການກໍ່ສ້າງກຳລັງຕຳຫຼວດປະຊາຊົນເວົ້າລວມ ແລະ ກຳລັງຕຳຫຼວດເຄື່ອນທີ່ເວົ້າສະເພາະ ຕ້ອງແມ່ນກຳລັງຊຳນານຮົບ, ທັນສະໄໝ. ມະຕິຂອງກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກກໍຢືນຢັນກຳລັງຕຳຫຼວດເຄື່ອນທີ່ ແມ່ນ 1 ໃນ 3 ກຳລັງຂອງຕຳຫຼວດ ຕ້ອງໄດ້ຮັບການຫັນເປັນທັນສະໄໝໃນທັນທີ. ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຮຽກຮ້ອງໃຫ້ກຳລັງຕຳຫຼວດເຄື່ອນທີ່ ຕ້ອງຝຶກຝົນຫຼໍ່ຫຼອມຄຸນນະທາດດ້ານການເມືອງ, ກໍ່ສ້າງ, ບູລະນະ, ຍົກສູງຄວາມສາມາດ, ລະດັບຄວາມຮູ້ຂອງຖັນແຖວພະນັກງານ, ນັກຮົບ ໃຫ້ກາຍເປັນກຳລັງພິເສດສຳຄັນ ພ້ອມກັບທົ່ວກຳລັງຕຳຫຼວດເວົ້າລວມ ປະຕິບັດສຳເລັດໜ້າທີ່ຊື່ງພັກ ແລະ ລັດມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນພອ້ມກັບທົ່ວປະເທດ ປະຕິບັດໜ້າທີ່ສ້າງສາ ແລະ ພັດທະນາປະເທດຊາດຢ່າງມີໄຊ.