ປະທານປະເທດເຂົ້າຮ່ວມງານພົບປະກັບຄະນະຕິດຕໍ່ອະດີດນັກໂທດປະຕິວັດຫວຽດນາມ
(vovworld) - ວັນທີ 11/2 (ວັນທີ 4 ຂອງບຸນເຕັດ), ຢູ່ຫໍພິພິດທະພັນຮ່ອງຮອຍສົງຄາມ, ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ເຂົ້າຮ່ວມງານພົບປະຕົ້ນລະດູບານໃໝ່ຂອງ ຄະນະຕິດຕໍ່ອະດີດນັກໂທດປະຕິວັດ ຫວຽດນາມ, ແລະ ຜູ້ຕາງໜ້າບັນດາ ຄະນະຕິດຕໍ່ອະດີດນັກໂທດ, ສະມາຄົມນັກໂທດປະຕິວັດບັນດາແຂວງ, ນະຄອນໃນທົ່ວປະເທດ. ງານພົບປະເພື່ອແນໃສ່ຫວນຄືນມູນເຊື້ອຕໍ່ສູ້ອັນພິລະອາດຫານຂອງບັນດານັກຮົບປະຕິວັດທີ່ເຄີຍຖືກສັດຕູຈັບຕົວ ແລະ ກັດຂັງໃນການຕໍ່ຕ້ານຄັ້ງຕ່າງໆຂອງປະເທດຊາດ. ທີ່ງານພົບປະທ່ານປະທານປະເທດ ກໍ່ຮັບຟັງບັນດາແນວຄິດຈິດໃຈ, ຄວາມປາຖະໜາຂອງບັນດາອະດີດນັກໂທດປະຕິວັດ ກ່ຽວກັບການເລືອກຕັ້ງສະພາແຫ່ງຊາດຈະມາເຖິງ. ກ່ຽວກັບບັນຫາປົກປັກຮັກສາປະເທດຊາດໃນສະພາບການປະຈຸບັນ, ທ່ານປະທານປະເທດເນັ້ນໜັກວ່າ, ອະທິປະໄຕແຫ່ງຊາດແມ່ນສັກກະລະບູຊາ, ບໍ່ອາດປ່ຽນແທນ, ບໍ່ອາດຜ່ອນສັ້ນຜ່ອນຍາວກັບຜູ້ໃດ, ໃນສະພາບການໃດໄດ້. ທ່ານປະທານຢືນຢັນວ່າ, ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງເປົ້າໝາຍນະໂຍບາຍ ແລະ ຊີ້ແຈ້ງວ່າ ນີ້ແມ່ນວຽກງານທີ່ຕ້ອງປະຕິບັດຕາມຫຼັກການ, ແໜ້ນແຟ້ນ, ຈະແຈ້ງ ແລະ ຖືກກັບເປົ້າໝາຍ.