ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຜູ້ອຳນວຍການໂຄງການສຶກສາພົນລະເມືອງທົ່ວໂລກຂອງUNESCO

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຜູ້ອຳນວຍການໂຄງການສຶກສາພົນລະເມືອງທົ່ວໂລກຂອງUNESCO - ảnh 1
ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຜູ້ອຳນວຍການໂຄງການສຶກສາພົນລະເມືອງທົ່ວໂລກຂອງUNESCO

(vovworld) – ທີ່​ການ​ຕ້ອນ​ຮັບຜູ້​ອຳ​ນວຍ​ການ​ໂຄງ​ການ​ສຶກ​ສາ​ພົນ​ລະ​ເມືອງ​ທົ່ວ​ໂລກ​ຂອງ UNESCO Carlos Alberto Torres ​ໃນ​ຕອນ​ເຊົ້າ​ວັນ​ທີ 21/12, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວ​າງ ໄດ້ຕີ​ລາ​ຄາ​ສູງ​ໂຄງ​ການ​ສຶກ​ສາ​ພົນ​ລະ​ເມືອງ​ທົ່ວ​ໂລກ​ຂອງ UNESCO ແລະ ເຊື່ອ​ໝັ້ນ​ວ່າ ໂຄງ​ການ​ຈະ​ຜ​ັນ​ຂະ​ຫຍາຍ​ຜົນ​ສຳ​ເລັດ​ບົນ​ພື້ນ​ຖານ​​ຄວາ​ມ​ຮັບ​ຮູ້​ລວມ ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ທຸກໆ​ປະ​ເທດ​​ສະ​ມາ​ຊິກ ສ​ປ​ຊ. ທ່ານ​ປະ​ທານ​ປະ​ເທດ ໃຫ້​ຮູ້​ວ່າ: ປີນີ້, ຫວຽດ​ນາມ ໄດ້​ແນະ​ນຳ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO ອາ​ຍຸ​ການ 2017 – 2021 ແລະ ສະ​ແດງ​ຄວາມ​ຫວັງ​ວ່າ ຜູ​້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ ຫວຽດ​ນາມ ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ເພື່ອນ​ມິດ​ສາ​ກົນ. ທ່ານ​ປະ​ທານ​ປະ​ເທດ​ ເຈີ່​ນ​ດ້າຍກວາງ ສະ​ເໜີ​ໃຫ້ ສາດ​ສະ​ດາ​ຈານ Carlos Alberto Torres ສືບ​ຕໍ່​ຮ່ວມ​ມື ແລະ ແມ່ນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ ຫວຽດ​ນາມ ກັບ UNESCO ເວົ້າ​ລວມ​ ແລະ ອາ​ເມ​ລິ​ກາ ເວົ້າ​ສະ​ເພາະ​ໃນ​ການ​ພັດ​ທະ​ນາ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ມະ​ນຸດ, ຄວາມ​ຮູ້​ກ່ຽວກ​ັບ​ຄວາມ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ ສາ​ດ​ສະ​ດາ​ຈານ Carlos Alberto Torres ຄົ້ນ​ຄ້​ວາ​ຄວາມ​ສາ​ມາດ​ຜັນ​ຂະ​ຫຍາຍ​​ໂຄງ​ການ​ສຶກ​ສາ​ພົນ​ລະ​ເມືອງ​ທົ່ວ​ໂລກ​ຂອງ UNESCO ຢູ່ ຫວຽດ​ນາມ, ສົມ​ທົບ​ກັບ​ການ​ພົວ​ພັນ​ແລກ​ປ່ຽນບົດ​ຮຽນ​ເພື່ອ​ມີ​ນຳ​ເອົາ​ວັດ​ທະ​ນະ​ທຳ​​ທີ່ຍອດ​ຍິ່ງຂອງ ຫວຽດ​ນາມ ​ໄປແນະ​ນຳ​ສູ່​ໂລ​ກ.


ຂ່າວ/ບົດ​ອື່ນ