ປະທານປະເທດເຈີນດ້າຍກວາງຢ້ຽມຢາມສະຖານທູດຫວຽດນາມປະຈຳສິງກະໂປ

ປະທານປະເທດເຈີນດ້າຍກວາງຢ້ຽມຢາມສະຖານທູດຫວຽດນາມປະຈຳສິງກະໂປ - ảnh 1
(ທ່ານປະທານປະເທດເຈີນດ້າຍກວາງ
ຢ້ຽມຢາມສະຖານທູດຫວຽດນາມປະຈຳສິງກະໂປ)

(vovworld) - ​ໂດຍ​ຮັບ​ຄຳ​ເຊີ​ນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສິງ​ກະ​ໂ​ປ Tony Tan Keng Yam, ຕອນ​ບ່າຍ​ວັນ​ທີ 28/08, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜ​ູ້​ແທ​ນ​ຂັ້​ນ​ສູງຫວຽດ​ນາມ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ສິງ​ກະ​ໂປ ໃນ​ລະ​ຫວ່າງວັນ​ທີ 28 – 30/08. ພາຍ​ຫຼັງ​ໄປ​ຮອດ​ນະ​ຄອ​ນ​ຫຼວງ​ສິງ​ກະ​ໂປ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ວາງ ໄດ້​ມີ​ການ​ພົບ​ປະ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ​ຫວຽດ​ນາມ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ, ນັກ​ສຶກ​ສາ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ ແລະ ຮ່ຳ​ຮຽນ​ຢູ່​ສິງ​ກະ​ໂປ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ກວາງ ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ສະ​ຖານ​ທູດ​ຫວຽດ​ນາມ​ ໃນ​ການ​ຜັນ​ຂະ​ຫຍາຍ​ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ຫວຽດ​ນາມ. ແຈ້ງ​ໃຫ້​ຊ​າບບາງ​ຈຸດ​ພົ້ນ​ເດັ່ນ​ກ່ຽວ​ກັບສະ​ພາບ​​ການປ້ອ​ງ​ກັນ​ຄວາມ​ສະ​ຫງົບ, ການ​ເມືອງ, ເສດ​ຖະ​ກິດ​ສັງ​ຄົມ ຂອງ​ຫວຽດ​ນາມ ຫວ່າງ​ມໍ່ໆ​ມານີ້.

ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ​ວ່າ, ແຜນ​ນະ​ໂຍ​ບາຍ, ນະ​ໂຍບ​າຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນ​າມ ແມ່ນ, ຍາມ​ໃດ​ກໍ່​ເຄົາ​ລົບບັນ​ດາ​ນ້ຳ​ໃຈ​ອັນ​ສູງ​ສົ່ງ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ ອ​ວ່າຍ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ ແລະ ຍາມ​ໃດ​ກໍ່​ເຄົາ​ລົບພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າ​ຍກວາງ ປາດ​ຖະ​ໜາ​ວ່າ, ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ​ຫວຽ​ດນາມ ເວົ້າ​ສະ​ເພາະ ແລະ ປ​ະ​ຊາ​ຄົມ​ຊາວ​ຫວຽດ​ນາມ ທີ່​ພວມ​ຮ່ຳ​ຮຽ​ນ ແລະ ເຮັດ​ວຽກ​ຢູ່​ສິງ​ກະ​ໂປ ເວົ້າ​ລວມ, ຕ້ອງສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ສູ້​ຊົນ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ວຽກ​ງານ ແລະ ການ​ຮ່ຳ​ຮຽນ, ສືບ​ຕໍ່​ປະ​ກອບ​ສ່ວນປັບ​ປຸງ ແລະ ຊຸກ​ຍູ​້ການ​ພົວ​ພັນ​ມ​ິດ​ຕະ​ພາບ ແລະ ການ​ຮ່ວມ​ມືອັນ​ດີ​ງາມ​ລະ​ຫວ່າງ​ຫວຽດ​ນາມ ແລະ ສິງ​ກະ​ໂປ.

ຂ່າວ/ບົດ​ອື່ນ