ປະທານປະເທດເຈີນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດໂມຊຳບິກປະຈຳຫວຽດນາມ ເຂົ້າຢ້ຽມອຳລາ
(VOVWORLD) -ຕອນບ່າຍວັນທີ 23 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Gamiliel Munguambe ເອກອັກຄະລັດຖະທູດໂມຊຳບິກປະຈຳຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອະຍຸການປະຕິບັດງານຢູ່ຫວຽດນາມ
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ທ່ານເອກອັກຄະລັດຖະທູດໂມຊຳບິກ Gamiliel Munguambe |
ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ສະແດງຄວາມຫວັງວ່າ ດ້ວຍປະສົບການ ແລະ ຄວາມເຂົ້າໃຈກ່ຽວກັບປະເທດຊາດຫວຽດນາມໃນໄລຍະທີ່ຜ່ານມາ, ທ່ານເອກອັກຄະລັດຖະທູດໂມຊຳບິກ Gamiliel Munguambe ຈະສືບຕໍ່ໂຄສະນາໂອກາດລົງທຶນດຳເນີນທຸລະກິດຢູ່ຫວຽດນາມ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມກັບໂມຊຳບິກເວົ້າສະເພາະ ແລະ ລະຫວ່າງຫວຽດນາມກັບທະວີບອາຟະລິກາເວົ້າລວມ.
ສ່ວນທ່ານ Gamiliel Munguambe ເອກອັກຄະລັດຖະທູດ ໂມຊຳບິກ ຖືວ່າ ຄວາມສາມາດບົ່ມຊ້ອນທາງດ້ານການຮ່ວມມືລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່, ຫວັງວ່າ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊ່ວຍເຫຼືອຈາກລັດ ແລະ ລັດຖະບານຫວຽດນາມ, ຜ່ານນັ້ນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.