ປະທານປະເທດເຈີນດ້ານກວາງພົບປະເຈລະຈາກັບພະບາດສົມເດັດພະບໍລົມມະນຽດ Norodom Sihamoni
(ທ່ານປະທານປະເທດເຈີນດ້ານກວາງພົບປະເຈລະຈາ
ກັບພະບາດສົມເດັດພະບໍລົມມະນຽດ Norodom Sihamoni)
(vovworld) - ໂດຍໄດ້ຮັບຄຳເຊີນຂອງພະບາດສົມເດັດພະບໍລົມມະນຽດ Preah Bat Samdech Preah Boromneath Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງລັດຫວຽດນາມ ໄດ້ໄປຢ້ຽມຢາມທາງລັດຖະກິດລາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 15 – 16/06. ພິທີຕ້ອນຮັບທ່ານປະທານປະເທດ ເຈີນດ້າຍກວາງ ແລະ ພັນລະຍາຢ່າງເປັນທາງການ ໃນຕອນເຊົ້າວັນທີ 15/06 ໄດ້ດຳເນີນຢ່າງສົມກຽດຢູ່ພະລາຊະວັງນະຄອນຫຼວງ ພະນົມເປັນ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ມີການພົບປະກັບພະບາດສົມເດັດພະບໍລົມມະນຽດ Norodom Sihamoni ທີ່ພະລາຊະວັງ. ທ່ານປະທານປະເທດເຈີນດ້າຍກວາງ ແລະ ພະບາດສົມເດັດພະບໍລົມມະນຽດກຳປູເຈຍ Norodom Sihamoni ໄດ້ແລກປ່ຽນຄຳເຫັນກ່ຽວກັບການພົວພັນລະຫວ່າງ 2 ປະເທດຢ່າງເລິກເຊິ່ງ, ກວ້າງຂວາງ. ທ່ານປະທານປະເທດຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນພິເສດການພັດທະນາການພົວພັນຮ່ວມມື, ມິດຕະພາບທີ່ເປັນມູນເຊື້ອກັບກຳປູເຈຍ ແລະ ປາດຖະໜາຢາກສືບຕໍ່ພ້ອມກັບກຳປູເຈຍ ປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ ຕາມທິດນຳ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ”, ເພື່ອຜົນປະໂຫຍດລວມຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ພ້ອມກັບການຮ່ວມມືດ້ານການເມືຶອງ, ເສດຖະກິດ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບກໍໄດ້ຮັບການເພີ່ມທະວີ, 2 ຝ່າຍສົມທົບກັນໃນການແບ່ງປັນຂໍ້ມູນຂ່າວສານຢ່າງແໜ້ນແຟ້ນ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ຊາຍແດນຢ່າງເປັນທາງການ, ເພີ່ມທະວີ, ຮັກສາການລາດຕາເວນຮ່ວມກັນບົນທະເລ… 2 ປະເທດກໍ່ຍູ້ແຮງການເພີ່ມທະວີການພົບປະແລກປ່ຽນວັດທະນຳ, ການຮ່ວມມືດ້ານສາທາລະນະສຸກ ແລະ ສຶກສາອົບຮົບໃຫ້ລຸ່ນໜຸ່ມ 2 ປະເທດ, ສືບຕໍ່ເພີ່ມພູນຄູນສ້າງໃຫ້ການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.