(vovworld) - ຕອນເຊົ້າວັນທີ 30/9, ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບການນຳຄະນະເສດຖະກິດສູນກາງ ກ່ຽວກັບສະພາບການປະຕິບັດແຜນນະໂຍບາຍສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ. ທີ່ການເຮັດວຽກ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ຄະນະເສດຖະກິດສູນກາງແມ່ນອົງການເປັນເສນາທິການໃຫ້ແກ່ພັກ, ດັ່ງນັ້ນຕ້ອງເຕົ້າໂຮມ ແລະ ເສີມຂະຫຍາຍພູມປັນຍາຂອງແຕ່ລະສ່ວນບຸກຄົນ ແລະ ໝູ່ຄະນະເພື່ອຍົກອອກບັນດາລັດຖະນະໂຍບາຍຖືກຕ້ອງ, ມີຜົນປະໂຫຍດໃຫ້ແກ່ພັກ, ໃຫ້ແກ່ປະຊາຊົນເພື່ອການພັດທະນາແບບຍືນຍົງຂອງປະເທດຊາດໃນສະພາບການເຊື່ອມໂຍງຢ່າງເລີກເຊິ່ງກ້ວາງຂວາງໃນປະຈຸບັນ. ຄະນະເສດຖະກິດສູນກາງ ແມ່ນອົງການເປັນເສນາທິການ ຄວນເອົາໃຈໃສ່ເປັນພິເສດເຖິງປັດໄຈຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ແຕ່ລະຄົນຕ້ອງເສີມຂະຫຍາຍລັກສະນະສັງເກດຕີລາຄາ ແລະ ໂຕ້ເວທີເພື່ອຍົກອອກລັດຖະນະໂຍບາຍຖືກຕ້ອງເພື່ອຜົນປະໂຫຍດ ໃຫ້ແກ່ປະເທດຊາດ, ໃຫ້ແກ່ປະຊາຊົນ.
ທ່ານປະທານປະເທດ ເຈືອງເຕີນຊາງ ກໍ່ຕັກເຕືອນ ຄະນະເສດຖະກິດສູນກາງ ກວດກາຄືນແຜນນະໂຍບາຍ, ລົບລ້າງບັນດານະໂຍບາຍທີ່ບໍ່ທັນຖືກຕ້ອງ, ຍູ້ແຮງການປ່ຽນໃໝ່ລະບອບ, ສ້າງສຳເລັດລະບອບກົດໝາຍເພື່ອໃຫ້ແຜນນະໂຍບາຍກ້າວເຂົ້າສູ່ຊີວິດຕົວຈິງຢ່າງທັນການ.