ປະທານປະເທດເຈືອງເຕີນຊາງ:ຍົກສູງຄຸນນະພາບຖັນແຖວພະນັກງານສານ

ປະທານປະເທດເຈືອງເຕີນຊາງ:ຍົກສູງຄຸນນະພາບຖັນແຖວພະນັກງານສານ - ảnh 1
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ເຮັດ​ວຽກ​ກັບ​ການ​ນຳ​ສານ​ປະ​ຊາ​ຊົນ​ສູງ​ສຸດ​
(ພາບ: TTXVN)

(vovworld) – ​ ​​​ວັນ​ທີ 30/12, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ, ເຮັດ​ວຽກ​ກັບ​ການ​ນຳ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ກ່ຽວ​ກັບ​ວຽກ​ງານ​ສານ. ທ່ານ​ປະ​ທານ​ປະ​ເທດ ຮັບ​ຮູ້​ບັນ​ດາ​ໝາກ​ຜົນ​ເຊິ່ງ​ຂະ​ແໜງ​ສານ​ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ, ພິ​ເສດ​ແມ່ນ​ວຽກ​ງານ​ພິ​ພາກ​ສາ​ຮັບ​ປະ​ກັນ​ຄຸນ​ນະ​ພາບ, ຫັນ​ບັນ​ດາ​ຂໍ້​ກຳ​ນົດ​ຕາມ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ​​ເປັນ​ລະ​ບອບກົດ​ໝາຍຢ່າງ​ທັນ​ການ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ຂະ​ແໜງ​​ສານ​ຍົກ​ສູງ​ລະ​ດັບ​ວິ​ຊາ​ຊີບ ຕິດ​ພັນ​ກັ​ບ​ການ​ສຶກ​ສາ​ຄຸນ​ນະ​ທາດ​ການ​ເມືອງ​ໃຫ້​ແກ່​ຖັນ​ແຖວ​ພະ​ນັກ​ງານ, ລັດ​ຖະ​ກອນ​ຂອງ​ຂະ​ແໜງ. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ສະ​ເໜີວ່າ: ໃນ​ປີ 2015, ຂະ​ແໜງ​ສານ​ຄວນ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ສູງ​ສຸດ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ການ​ພິ​ພ​າກ​ສາ, ສຸ​ມ​ໃສ່​ຜັນ​ຂະ​ຫຍາຍ​ວຽກ​ງານ​ສ້າງ​ກົດ​ໝາຍ​ຕາມ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່, ອີງ​ຕາມ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ.


ຂ່າວ/ບົດ​ອື່ນ