ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຫົວໜ້າຫ້ອງການກະຊວງວິທະຍາສາດແລະສິລະປະລັດHessen,ເຢຍລະມັນ

ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຫົວໜ້າຫ້ອງການກະຊວງວິທະຍາສາດແລະສິລະປະລັດHessen,ເຢຍລະມັນ - ảnh 1
ທ່ານປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຫົວໜ້າ
ຫ້ອງການກະຊວງວິທະຍາສາດແລະສິລະປະລັດHessen
(ພາບ: TTXVN)

(vovworld) – ​ຕອນ​ບ່າຍ​ວັນ​ທີ 08/10, ຢູ່ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ນາງ Karin Muller, ຫົວໜ້າ​ຫ້ອງການ​ກະຊວງ​ວິທະຍາສາດ ​ແລະ ສິລະ​ປະລັດ Hessen, ​ແຫ່ງສາທາລະນະ​ລັດ ສະ​ພະ​ພັນ ​ເຢຍລະ​ມັນ ​ເຊິ່ງພວມ​ ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ເພື່ອ​ແນ​ໃສ່ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານການ​ສຶກສາ. ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ຮ່ວມ​ມື​ດ້ານການ​ສຶກສາລະ​ຫວ່າງ​ລັດ Hessen ​ແລະ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂເພື່ອ​​ໃຫ້ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ ພັດທະນາ​ ​ແລະ ດຶງ​ດູດ​ບໍ່​ພຽງ​ແຕ່​ນັກ​ສຶກສາຂອງ ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ດຶງ​ດູດ​ນັກ​ສຶກສາບັນດາປະ​ເທດ​ອື່ນໆ​ອີກ​ດ້ວຍ ​ເພື່ອ​ແນ​ໃສ່​ສ້າງ​​ໂຮງຮຽນ​ແຫ່ງ​ນີ້​ໃຫ້​ບັນລຸລະດັບ​ພາກ​ພື້ນ. ທ່ານ​ປະທານ​ປະ​​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ຜົນສຳ​ເລັດ​ຂອງ​ຮູບ​ແບບ​ນີ້ກໍ​ແມ່ນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ ​ເຢຍລະ​ມັນ ​ແລະ ພາກ​ພື້ນ ອາ​ຊຽນ. ທ່ານ​ປະທານ​ປະ​ເທດ ກໍ​ໃຫ້​ຮູ້​ວ່າ ຈະ​ສະ​ເໜີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບຄູ່​ຮ່ວມ​ມື ​ເຢຍລະ​ມັນ ​​ເພື່ອແລກປ່ຽນ, ປຶກສາ​ຫາລື​, ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ບາງ​ຂໍ້​ຕິດ​ຂັດ​ໃນ​ວິວັດ​ການ​ຜົນ​ຂະຫຍາຍ​ປະຕິບັດໂຄງການ​ກໍ່ສ້າງ​ບັນດາ​ມະຫາວິທະຍາ​ໄລ​ດີ​ເດັ່ນ​ເວົ້າ​ລວມ ​ແລະ ມະຫາວິທະຍາ​ໄລ ຫວຽດນາມ - ​ເຢຍລະ​ມັນ ​ເວົ້າ​ສະ​ເພາະ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄຸນ​ນະພາ​ບການບຳລຸງ​ສ້າງ ​ແລະ ຮູບ​ແບບ​ການ​ຄຸ້ມ​ຄອງ​​ໃຫ້​ດີກ​ວ່າ. ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ ກະຊວງ​ວິທະຍາສາດ ​ແລະ ສິລະ​ປະລັດ Hessen ສຶບຕໍ່​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການສຶກສາ ​ແລະ ບຳລຸງ​ສ້າງ​ກັບ ຫວຽດນາມ ຍິ່ງກ່ວາ​ອີກ.

ຂ່າວ/ບົດ​ອື່ນ