ປະທານປະເທດເຈືອງເຕີນຊາງຕ້ອນຮັບເອກອັກຄະລັດຖະທູດລັດເຊຍປະຈຳຫວຽດນາມເຂົ້າຢ້ຽມອຳລາ
ປະທານປະເທດເຈືອງເຕີນຊາງຕ້ອນຮັບເອກອັກຄະລັດຖະທູດລັດເຊຍປະຈຳຫວຽດນາມເຂົ້າຢ້ຽມອຳລາ
(ພາບ: TTXVN)
(vovworld) – ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສະຫະພັນ ລັດເຊຍ ປະຈຳ ຫວຽດນາມ Andrei Kovtun ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດຢູ່ ຫວຽດນາມ, ໃນຕອນບ່າຍວັນທີ 10/12, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ຂໍຂອບໃຈສະຫະພັນລັດເຊຍ ທີ່ໄດ້ຊ່ວຍເຫຼືອ ຫວຽດນາມ ໃນໄລຍະຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ໃນນັ້ນມີວຽກງານສຶກສາບຳລຸງສ້າງຢ່າງລ່ຽນຕິດນັບແຕ່ແຕ່ກ່ອນມາຮອດປະຈຸບັນ. ສະແດງຄວາມເບີກບານມ່ວນຊື່ນຕໍ່ບັນດາຂົງເຂດຮ່ວມມືດ້ານການເມືອງ, ການທູດ, ການສຶກສາ, ບຳລຸງສ້າງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບລະຫວ່າງ 2 ປະເທດໄດ້ຮັບການພັດທະນາອັນດີງາມ. ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມອບຫຼຽນໄຊມິດຕະພາບໃຫ້ທ່ານເອກອັກຄະລັດຖະທູດ Andrei Kovtun ຍ້ອນການປະກອບສ່ວນຢ່າງຕັ້ງໜ້າໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ. ທ່ານປະທານປະເທດ ອວຍພອນທ່ານເອກອັກຄະລັດຖະທູດປະຕິບັດສຳເລັດວຽກງານໃນຖານະຕຳແໜ່ງໃໝ່ ແລະ ມີບັນດາການເຄື່ອນໄຫວປະກອບສ່ວນຮັດແໜ້ນການພົວພັນ ຫວຽດນາມ ແລະ ສະຫະພັນ ລັດເຊຍ.
ທ່ານເອກອັກຄະລັດຖະທູດ Andrei Kovtun ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ: ໃນອະຍຸການປະຕິບັດງານຢູ່ ຫວຽດນາມ, ການພົວພັນລະຫວ່າງ 2 ປະເທດໄດ້ຮັບການພັດທະນາອັນດີງາມ. 2 ຝ່າຍໄດ້ປະຕິບັດສຳເລັດບັນດາວຽກງານອັນໃຫຍ່ຫຼວງ, ໜັກໜ່ວງ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກ້າວເຂົ້າສູ່ລວງເລິກ.