(vovworld) – ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາກຸ່ມບໍລິສັດໃຫຍ່ຂອງອິນເດຍ ສືບຕໍ່ເປີດກວ້າງການລົງທຶນຢູ່ຫວຽດນາມ. ນັ້ນແມ່ນຄຳຢືນຢັນຂອງທ່ານປະທານປະເທດ ເຈືອງເຕີນຊາງ ໃນການຕ້ອນຮັບທ່ານນາງເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Preeti Saran ທີ່ເຂົ້າຢ້ຽມອຳລາສິ້ນສຸດໜ້າທີ່ປະຕິບັດງານທ່ານການທູດຢູ່ຫວຽດນາມ. ທ່ານປະທານປະເທດ ຊີ້ແຈ້ງວ່າ, ຫວຽດນາມ ສະໜັບສະໜູນນະໂຍບາຍມຸ່ງໄປເຖິງທິດຕາເວັນອອກຂອງອິນເດຍ ຢ່າງສະເໝີຕົ້ນສະເໝີປາຍ ແລະ ໃຫ້ຄຳໝັ້ນສັນຍາວ້າ ຈະຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມລະຫວ່າງ 2 ປະເທດຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ຜ່ານບັນດາການຢ້ຽມຢາມຂັ້ນສູງ. ທ່ານປະທານປະເທດ ຖືວ່າ, ດ້ວຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ ແລະ ລະດັບການພັດທະນາຂອງ 2 ປະເທດຄືໃນປະຈຸບັນ, ວົງເງິນການຄ້າ 2 ສົ້ນຫວຽດນາມ - ອິນເດຍ ອາດຈະບັນລຸໄດ້ 10 ຕື້ USD ໃນໄລຍະ 5 ປີຈະມາເຖິງ.
ສ່ວນທ່ານນາງ Preeti Saran ປາດຖະໜາວ່າ, ດ້ວຍຄວາມສາມາດບົ່ມຊ້ອນຂອງ 2 ປະເທດ, 2 ຝ່າຍຄວນຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.