ປະທານປະເທດເຈືອງເຕິ໋ນຊາງພົບປະກັບຄະນະຕິດຕໍ່ພົວພັນແນວໂຮມເຂດໄຕງວຽນ
(ທ່ານປະທານປະເທດເຈືອງເຕິ໋ນຊາງ ມອບຂອງຂວັນໃຫ້
ຜູ້ຕາງໜ້າຄະນະຕິດຕໍ່ພົວພັນກອງພົນໃຫຍ່ 3)
(vovworld) - ວັນທີ 22/7, ຢູ່ສຳນັກງານລັດຖະບານ, ທ່ານປະທານປະເທດຫວຽດນາມ ເຈືອງເຕິ໋ນຊາງ ໄດ້ພົບປະກັບຄະນະຕິດຕໍ່ພົວພັນແນວໂຮມເຂດໄຕງວຽນ. ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ເຈືອງເຕິ໋ນຊາງ ຢືນຢັນວ່າ: ຍາມໃດພັກ, ລັດ ແລະ ປະຊາຊົນກໍຈົດຈຳຕໍ່ການເສຍສະຫຼະຊີວິດຂອງບັນດາກຳລັງກອງພົນໃຫຍ່ 3 ເຂດໄຕງວຽນ ເພື່ອຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ກໍແລກປ່ຽນກັບບັນດາຜູ້ແທນກ່ຽວກັບບົດຮຽນໃນການສ້າງສາ ແລະ ຮັກສາປະເທດຊາດ, ຕີລາຄາສູງບັນດາຂໍ້ສະເໜີກ່ຽວກັບວຽກງານຊີ້ນຳນຳພາ ແລະ ປ້ອງກັນປະເທດ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ປາດຖະໜາວ່າ: ດ້ວຍບົດຮຽນໃນສົງຄາມ ແລະ ວຽກງານສັງຄົມໃນປະຈຸບັນ, ບັນດາອະດີດພົນທະຫານ ຈະສືບຕໍ່ປະກອບບັນດາຄຳເຫັນຢ່າງສຸດຈິດສຸດໃຈໃຫ້ວຽກງານສ້າງສາ ແລະ ປົກປັກຮັກສາປະເທດຊາດ.