ປະທານປະເທດເຈືອງເຕີນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ
(ທ່ານປະທານປະເທດເຈືອງເຕີນຊາງ
ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ)
(vovworld) – ໂດຍປະຕິບັດແຜນການພົບປະກັບຜູ້ມີສິດເລືອກຕັ້ງກ່ອນດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ວັນທີ 12/10, ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງເລກ 1, ຄະນະສະມາຊິກສະພາແຫ່ງຊາດນະຄອນໂຮ່ຈິມິນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1. ເມື່ອແລກປ່ຽນກັບຜູ້ມີສິດເລືອກຕັ້ງກ່ຽວກັບບັນຫາສ້າງກົດໝາຍ, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ, ບັນດາກອງປະຊຸມທີ່ຜ່ານມາ ໄດ້ພິຈາລະນາຮັບຮອງເອົາຮ່າງກົດໝາຍຫຼາຍສະບັບ ນັ້ນແມ່ນຄວາມຈຳເປັນຜັນຂະຫຍາຍຕາມຈິດໃຈລັດຖະທຳມະນູນປີ 2013. ກ່ຽວກັບວຽກງານພະນັກງານ, ໃນນັ້ນມີບຸກຄະລາກອນສູນກາງຊຸດທີ 13, ທ່ານປະທານປະເທດ ຖືວ່າ, ຜູ້ມີສິດເລືອກຕັ້ງມີສິດຄັດເລືອກ, ເປັນເຈົ້າການປະກອບຄຳເຫັນເພື່ອຄັດເລືອກໃຫ້ຖືກຕ້ອງ. ກ່ຽວກັບບັນຫາເສດຖະກິດສັງຄົມ, ທ່ານປະທານປະເທດ ຢືນຢັນວ່າ, ໃນໄລຍະ 30 ປີຜ່ານມາ, ຫວຽດນາມ ບັນລຸໄດ້ບັນດາຜົນງານຢ່າງໃຫຍ່ຫຼວງ, ເສດຖະກິດໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ນັບມື້ນັບໄດ້ຍົກສູງຂຶ້ນບົນເວທີສາກົນ. ໃນສະພາບຫວຽດນາມ ເຊື່ອມໂຍງນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ຫວຽດນາມ ຕ້ອງການມີສັນຍາເສດຖະກິດສາກົນຫຼາຍສະບັບ, ພົ້ນເດັ່ນທີ່ສຸດແມ່ນສຳເລັດການເຈລະຈາສັນຍາການຄ້າຄູ່ຮ່ວມມືເສດຖະກິດຂ້າມປາຊີຟິກ (TPP), ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ.
“ເມື່ອລົງນາມໃນ TPP ແລ້ວ, ບໍ່ແມ່ນຈະໄດ້ຮັບຜົນສຳເລັດໃນທັນທີ, ຫາກພວກເຮົາເອງຕ້ອງສ້າງພື້ນຖານເສດຖະກິດທີ່ມີສະມັດຕະພາບ, ຄຸນນະພາບ, ມີປະສິດທິຜົນແກ່ງແຍ້ງສູງ. ຢາກໄດ້ຄືແນວນັ້ນ, ພວກເຮົາຕ້ອງແກ້ໄຂ, ປ່ຽນແປງແນວຄິດໃນວຽກງານ, ນຳໃຊ້ວິທະຍາສາດ, ເຕັກນິກ ແລະ ໃນຕໍໜ້າແມ່ນສະກັດກັ້ນການຟຸ່ມເຟືອຍ. ຍ້ອນບັນດາປະເທດທີ່ບັນລຸຜົນສຳເລັດກໍລ້ວນແຕ່ຕ້ອງປະຢັດ. ສະນັ້ນ, ພວກເຮົາຕ້ອງພິຈາລະຈາ, ຮໍ່າຮຽນຕາມ ເພື່ອສາມາດພັດທະນາໄດ້”