(vovworld) – ຕອນບ່າຍວັນທີ 7/8, ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ Ri Su Yong ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືການພົວພັນທຸກດ້ານກັບ ສປປ ເກົາຫຼີ ເປັນສຳຄັນ, ພ້ອມທັງຂອບອົກຂອບໃຈການສະໜັບສະໜູນຂອງ ສປປ ເກົາຫຼີ ສຳລັບແນວທາງນະໂຍບາຍພາຍໃນປະເທດ, ຕ່າງປະເທດ ຂອງຫວຽດນາມ. ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ: 2 ຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນພັກ ແລະ ລັດ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ເມື່ອແບ່ງປັນບົດຮຽນຂອງ ຫວຽດນາມ ໃນການສ້າງສາປະເທດ, ພິເສດແມ່ນໃນໄລຍະຈະມາເຖິງ, ທ່ານປະທານປະເທດ ຢືນຢັນວ່າ: ພ້ອມແລ້ວທີ່ຈະແລກປ່ຽນ ແລະ ຮ່ວມມືຫຼາຍດ້ານກັບ ສປປ ເກົາຫຼີ ເພື່ອການພັດທະນາຂອງແຕ່ລະປະເທດ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ Ri Su Yong ຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃນການຮັກສາສະພາບແວດລ້ອມສັນຕິພາບຢູ່ພາກພື້ນ ແລະ ໃນໂລກ. ທ່ານລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ ກໍ່ຖືວ່າ: ຫວຽດນາມ ແລະ ສປປ ເກົາຫຼີ ຄວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດກ່ວາອີກ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ຜູ້ປະຈຳການຄະນະເລຂາສູນກາງພັກ ເລຮົ່ງແອງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ສປປ ເກົາຫຼີ Ri Su Yong.