(vovworld) - ຕອນເຊົ້າວັນທີ 11/12, ຢູ່ແຂວງຮ່າຢາງ, ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ໄດ້ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ຄະນະກຳມະການປະຊາຊົນນະຄອນຮ່າຢາງ ຈັດຕັ້ງພິທີສະຫຼຸບໂຄງການ “ງົວພັນຊ່ວຍຜູ້ທຸກຍາກເຂດຊາຍແດນ”. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ພາລະກິດສ້າງສາ ແລະ ປົກປັກຮັກສາເສັ້ນຊາຍແດນແຫ່ງຊາດ ແມ່ນໜ້າທີ່ມີຄວາມໝາຍສຳຄັນພິເສດ ສຳລັບອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ສະຖຽນລະພາບດ້ານການເມືອງ, ປະກອບສ່ວນພັດທະນາເສດຖະກິດສັງຄົມ… ເພາະສະນັ້ນ, ໂຄງການ “ງົວພັນຊ່ວຍຜູ້ທຸກຍາກເຂດຊາຍແດນ” ໄດ້ຮັບການຜັນຂະຫຍາຍໃນໄລຍະຜ່ານມາ ແມ່ນເພື່ອແນໃສ່ຄວາມຕັດສິນໃຈເບິ່ງແຍງດູແລໃຫ້ປະຊາຊົນບັນເຜົ່າເຂດຊາຍແດນ ແລະ ວຽກງານປ້ອງກັນຊາຍແດນ. ທ່ານປະທານປະເທດສະເໜີວ່າ.
“ຂ້າພະເຈົ້າສະເໜີໃຫ້ບັນດາກະຊວງ, ຂະແໜງການທ້ອງຖິ່ນທີ່ກ່ຽວຂ້ອງໂດຍກົງ ສືບຕໍ່ເອົາໃຈໃສ່ຊ່ວຍເຫຼືອບັນດາຄອບຄົມທຸກຍາກ. ເພີ່ມທະວີວຽກງານໂຄສະນາ ເພື່ອໃຫ້ທົ່ວປະເທດຍາມໄດກໍມຸ່ງໄປເຖິງເຂດຊາຍແດນຂອງປະເທດຊາດ, ເຊື່ອມຊຶມແຜນນະໂຍບາຍຂອງພັກ, ລັດ ພ້ອມກັບປະຊາຊົນ, ອຳນາດການປົກຄອງ, ອົງຄະນະພັກທ້ອງຖິ່ນຕ່າງໆ ເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ຂອງບັນດາປະຊາຊົນໃຫ້ນັບມື້ນັບດີກວ່າ, ສ້າງເສັ້ນຊາຍແດນນັບມື້ນັບມີສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ”.