ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫລີມສະຫລອງ20ປີແຫ່ງວັນສ້າງຕັ້ງກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ
ທ່ານປະທານປະເທດເຈືອງເຕີນຊາງ ໄດ້ມອບນາມມະຍົດວິລະຊົນແຮງງານໃຫ້ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ
|
(vovworld)- ຕອນເຊົ້າວັນທີ 26/12 ຢູ່ ຮ່າໂນ້ຍ, ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ (Vinatex) ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 20 ປີແຫ່ງວັນສ້າງຕັ້ງ ແລະ ຮັບນາມະຍົດວິລະຊົນແຮງງານ. ເຂົ້າຮ່ວມພິທີ, ມີທ່ານປະທານປະເທດເຈືອງເຕີນຊາງ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ເນັ້ນຫນັກວ່າ: ພ້ອມກັບວິວັດການປ່ຽນໃຫມ່ຂອງປະເທດຊາດ, ຂະແຫນງຕ່ຳແຜ່ນຕັດຫຍິບ ໄດ້ມີບາດກ້າວພັດທະນາກະໂດດຂັ້ນ, ນຳຫວຽດນາມເຂົ້າບັນຊີລາຍຊື່ 5 ປະເທດນຳຫນ້າໃນການຜະລິດ, ສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບໃຫຍ່ກວ່າໝູ່ໃນໂລກ. ເພື່ອໃຫ້ຂະແຫນງຕ່ຳແຜ່ນຕັດຫຍິບບັນລຸບັນດາຄາດໝາຍທີ່ວາງອອກ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ສະເຫນີວ່າ:
“ຂະແຫນງຕ່ຳແຜ່ນຕັດຫຍິບສູ້ຊົນບັນລຸວົງເງິນສົ່ງອອກໃຫ້ເພີ່ມຂຶ້ນທົບສອງເທົ່າ ແມ່ນ 6 ຕື້ USD, ສ້າງວຽກເຮັດງານທຳໃຫ້ຄົນງານກວ່າ 300.000 ຄົນ ຄືດັ່ງຄາດໝາຍທີ່ໄດ້ວາງອອກ. ຍົກສູງກຳລັງແກ້ງແຍ້ງຂອງວິສາຫະກິດເວົ້າລວມ ແລະ ແຕ່ລະຜະລິດຕະພັນເວົ້າສະເພາະ, ພັດທະນາບັນດາຕະຫລາດທີ່ມີຢູ່ແລ້ວປະຈຸບັນຢ່າງໝັ້ນແກ່ນ, ເປັນເຈົ້າການແຊກຊືມຕະຫລາດໃຫມ່ ເປັນຕົ້ນແມ່ນຕະຫລາດມີການລົງນາມໃນສັນຍາການຄ້າເສລີກັບຫວຽດນາມ.”
ທີ່ພິທີ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ມອບນາມມະຍົດວິລະຊົນແຮງງານໃຫ້ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ.