ປະທານປະເທດເຈືອງເຕີນຊາງເຈລະຈາກັບ ພະເຈົ້າມະຫາຊີວິດ ບຮູໄນ Hassanal Bolkiah

ປະທານປະເທດເຈືອງເຕີນຊາງເຈລະຈາກັບ ພະເຈົ້າມະຫາຊີວິດ ບຮູໄນ Hassanal Bolkiah - ảnh 1

ພິທີຕ້ອນຮັບທ່ານປະທານປະເທດເຈືອງເຕີນຊາງຖືກຈັດຂຶ້ນຢ່າງສົມກຽດຢູ່ວັງ  Istanal Nurul Iman
(ພາບ: VGP/Nguyễn Kim)

(vovworld) - ຕອນ​ບ່າຍ​ວັນ​ທີ 27/11, ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​​ແລະ​ຄະນະ​ຜູ້​ແທນ​ຫວຽດນາມ​ໄດ້​ເດີນທາງ​ໄປ​ຮອດ​ນະຄອນຫຼວງ Bandar Seri Begawan, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ບຮູ​ໄນ, ຕາມ​ຄຳ​ເຊີນ​ຂອງ​ພະເຈົ້າມະຫາຊີວິດ ບຮູ​ໄນ Hassanal Bolkiah. ທີ່​ການ​ເຈລະຈາ​ພາຍຫຼັງ​ພິທີ​ຕ້ອນຮັບ, ການ​ນຳ​ສອງ​ທ່ານ​ໄດ້​ຢັ້ງຢືນ​ຈະ​ສືບ​ຕໍ່​ຮັກສາ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ, ພ້ອມ​ທັງ​ຍູ້​ແຮງ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ຕົກລົງ​ນຳ​ກັນຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 1 ຄະນະ​ກຳມະການ​ຮ່ວມ​ມື​ສອງ​ຝ່າຍ ​ເພື່ອ​ແນ​ໃສ່​ວາງ​ອອກ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ລະອຽດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ບົນ​ຈິດ​ໃຈ​ນັ້ນ, ການ​ນຳ​ສອງ​ປະ​ເທດ​ຊົມ​ເຊີຍ​ເລື່ອງ​ລົງ​ນາມ​ໃນ ”ບົດ​ບັນທຶກ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ທະນາຄານ​ແຫ່​ງລັດ​ຫວຽດນາມ ​ແລະ ອົງການ​ຄຸ້ມ​ຄອງ​ເງິນຕາ ບຮູ​ໄນ” ​ແລະ ”ຂໍ້​ຕົກລົງ​ຮ່ວມ​ມື​ກ່ຽວ​ກັບ​ນ້ຳມັນ​ອາຍ​ແກ​ດລະຫວ່າງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດຫວຽດນາມ ​ແລະ ບໍລິສັດ​ນ້ຳມັນ​ອາຍ​ແກ​ດ​ແຫ່ງ​ຊາດ ບຮູ​ໄນ”.

ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ການ​ນຳ​ທັງ​ສອງ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ສືບ​ຕໍ່​ສົມທົບ​ກັນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ​ພິ​ເສດ​ແມ່ນ​ໃນ​ອາ​ຊຽນ ​ແລະ ສະຫະ​ປະຊາ​ຊາດ.

ການ​ນຳ​ທັງ​ສອງ​ປະ​ເທດ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຫຼັກ​ໝັ້ນ​ທີ່​ມີ​ລັກສະນະ​ຫຼັກການ ນັ້ນ​ແມ່ນ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ບັນດາ​ຄວາມ​ພິພາດ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ