ປະທານປະເທດເຈືອງເຕີນຊາງເປັນປະທານກອງປະຊຸມຄະນະຊີ້ນຳປະຕິຮູບຕຸລາການສູນກາງຄັ້ງທີ18

ປະທານປະເທດເຈືອງເຕີນຊາງເປັນປະທານກອງປະຊຸມຄະນະຊີ້ນຳປະຕິຮູບຕຸລາການສູນກາງຄັ້ງທີ18 - ảnh 1
ປະທານປະເທດເຈືອງເຕີນຊາງເປັນປະທານກອງປະຊຸມ
ຄະນະຊີ້ນຳປະຕິຮູບຕຸລາການສູນກາງຄັ້ງທີ18
(ພາບ: TH)

(vovworld) – ວັນ​ທີ 30/1, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 18, ປຶ​ກ​ສາ​ຫາ​ລື​ປະ​ກອບ​ຄຳ​ເຫັນ​ໃສ່: ບົດ​ລາຍ​ງານ​ບາງ​ເນື້ອ​ໃຈ​ພື້ນ​ຖານ​ຂອງ​ການ​ປັບ​ປຸງ, ເພີ່ມ​ເຕີມ​ປະ​ມວນ​ກົດ​ໝາຍ​ອາ​ຍາ, ລາຍ​ງານ​ບັນ​ດາ​ເນື້ອ​ໃນ​ພື້ນ​ຖານ​ຂອງ​ການ​ປັບ​ປຸງ, ເພີ່ມ​ເຕີມ​ປະ​ມວນ​ກົດ​ໝາຍ​ດຳ​ເນີນ​ຄະ​ດີ​ອາ​ຍາ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ ເປັນ​ປະ​ທານວາ​ລະປະ​ຊຸມ.

        ເມື່ອ​ສະ​ຫລຸບກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ຫົວ​ໜ່ວຍ​ກະ​ກຽມ​ແຜນ​ຮ່າງ ແລະ ໃບ​ສະ​ເໜີ. ບັນ​ດາ​ແຜນ​ຮ່າງນີ້​ໄດ້​ຕອບ​ສະ​ໜອງ​ຕາມ​ວິ​ວັດ​ການກໍ່​ສ້າງ​ລະ​ບົບ​ກົດ​ໝາຍ​ພາຍຫຼັງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ມີ​ຜົນ​ສັກ​ສິດ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໃສ່​ໃຈ​ວ່າ ​ເມື່ອບັນ​ດາ​ແຜນ​ຮ່າງນີ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕ້ອງ​ຕອບ​ສະ​ໜອງ​ໄດ້ຫຼັກ​ການ​ນັ້ນ​ແມ່ນ​ຄວາມ​ຍຸ​ຕິ​ທຳ, ປົກ​ປ​້ອງ​ສິດ​ຜົນ​ປະ​ໂຫຍດ ແລະ ຜົນ​ປະ​ໂຫຍດ​ຂອງ​ລັດ ແລະ ປະ​ຊາ​ຊົນ.

        ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ບັນ​ດາ​ແຜນ​ຮ່າງ​ໄດ້​ຍື່ນ​ສະ​ເໜີ​ໃນ​ມື້ນີ້​ແມ່ນ​ເພື່ອ​ສ້າງ​ລະ​ບົບ​ກົດ​ໝາຍ ຫວຽດ​ນາມ ໃຫ້​ສົມ​ບູນ​ແບບ. ຜ່ານນັ້ນ, ສິດ​ພົນ​ລະ​ເມືອງ, ສິດ​ທິ​ມະ​ນຸດ​ໄດ້​ຮັບ​ການ​ຮັບ​ປະ​ກັນ. ຈາກນັ້ນ​ສະ​ແດງ​ໃຫ້​ເຫັນ​ລະ​ບົບ​ກົດ​ໝາຍ​ຂ​ອງ ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ່​ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ສິດ​ຂອງ​ພົນ​ລະ​ເມືອງ.


ຕອບກັບ

ຂ່າວ/ບົດ​ອື່ນ