ປະເທດມຽນມາ
(ພາບ:hanoicity.jaovat.com)
(VOV)- ໂດຍໄດ້ຮັບຄຳເຊີນຂອງກະສັດບຣູໄນ Hassanal Bolkiah ແລະ ປະທານາທິບໍດີປະເທດສາທາລະນະລັດສະຫະພາບມຽນມາ Thein Sein, ວັນທີ 27/11, ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ ພ້ອມດ້ວຍພັນລະຍາໄດ້ເດີນທາງອອກຈາກຮ່າໂນ້ຍ ໄປຢ້ຽມຢາມທາງລັດຖະກິດເຖິງບຣູໄນ ແຕ່ວັນທີ 27-29/11/2012 ແລະ ປະເທດສາທາລະນະລັດສະຫະພາບມຽນມາ ແຕ່ວັນທີ 29/11-1/12/2012. ນີ້ແມ່ນການຢ້ຽມຢາມບຣູໄນ ແລະ ມຽນມາ ເປັນຄັ້ງທຳອິດໃນຖານະເປັນປະທານປະເທດຂອງທ່ານເຈືອງເຕີນຊາງ. ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດແມ່ນເພື່ອແນໃສ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໂດຍຖືການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບບຣູໄນ ແລະ ມຽນມາ ເປັນສຳຄັນ; ແລກປ່ຽນທິດທາງເພີ່ມທະວີການຮ່ວມມືກັບບຣູໄນ ແລະ ຊຸກຍູ້ການຮ່ວມມືກັບມຽນມາ, ພ້ອມທັງໜູນຊ່ວຍບັນດາວິສາຫະກິດຫວຽດນາມ ຊອກຮູ້ກາລະໂອກາດລົງທຶນ, ແຊກຊືມເຂົ້າຕະຫຼາດຂອງສອງປະເທດທີ່ມີມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.