ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ອາຊຽນຢູ່ຮ່າໂນ້ຍ

(VOVWORLD) -ຕອນບ່າຍວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ອາຊຽນມາ ອວຍພອນເນື່ອງໃນໂອກາດທ່ານໄດ້ຮັບການເລືອກຕັ້ງເປັນປະທານປະເທດຫວຽດນາມ
ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ອາຊຽນຢູ່ຮ່າໂນ້ຍ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໃນການຕ້ອນຮັບ

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ອາຊຽນ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ທີ່ສຳຄັນຂອງຕົນ ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາປະເທດອາຊຽນ. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ສຳລັບຫວຽດນາມ, ອາຊຽນຍາມໃດກໍພະຍາຍາມຈົນສຸດຄວາມສາມາດຂອງຕົນໃຫ້ແກ່ການພັດທະນາ, ເຕີບໃຫຍ່ຂອງອາຊຽນ. ໃນໄລຍະທີ່ຈະມາເຖິງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ບັນດາປະເທດອາຊຽນ ທັງຄວບຄຸມໂລກລະບາດ, ທັງຟື້ນຟູເສດຖະກິດ ແລະ ປະຕິບັດວິໄສທັດປະຊາຄົມອາຊຽນ 2025 ຢ່າງສຳເລັດຜົນ; ສືບຕໍ່ຮັກສາບົດບາດເປັນໃຈກາງກ່ຽວກັບການຮັກສາສະພາບແວດລ້ອມແຫ່ງຄວາມໝັ້ນຄົງ, ສະຖຽນລະພາບໃຫ້ແກ່ການພົວພັນຮ່ວມມື ແລະ ພັດທະນາໃນພາກພື້ນ.

        ເນື່ອງໃນໂອກາດບຸນປີໃໝ່ປະເພນີຂອງກຳປູເຈຍ, ລາວ, ໄທ , ມຽນມາ ແລະ ເທດສະການຣາມາດານ ຂອງບັນດາປະເທດອິດສະລາມໃນອາຊຽນ, ທ່ານ ປະທານ ປະເທດຫວຽດນາມ ຫງວຽນຊວນຟຸກ ຂໍສົ່ງຄຳອວຍພອນທີ່ດີທີ່ສຸດເຖິງການນຳ ແລະ ປະຊາຊົນບັນດາປະເທດອາຊຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ