ປະທານປະເທດ ຫງວຽນຊວັນຟຸກ ໄປກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ ດ່ານັ້ງ

(VOVWORLD) -ຕອນເຊົ້າວັນທີ 30 ເມສາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍປອດ ດ່ານັ້ງ
ປະທານປະເທດ ຫງວຽນຊວັນຟຸກ ໄປກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ ດ່ານັ້ງ - ảnh 1(ທ່ານປະທານປະເທດ ຫງວຽນຊວັນຟຸກ ກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍປອດ ດ່ານັ້ງ)

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ກະຊວງສາທານະລະສຸກຫວຽດນາມ, ນະຄອນດ່ານັ້ງ ຕ້ອງສຸມໃສ່ສະກັດກັ້ນໂລກລະບາດດ້ວຍຈິດໃຈສູງທ່ີສຸດ, ຄວບຄຸມຜູ້ເຂົ້າເມືອງຢ່າງແໜ້ນແຟ້ນ. ຖ້າຫາກກວດພົບກໍລະນີຖືກສົງໄສວ່າຕິດເຊື້ອພະຍາດ ຕ້ອງຮີບເຮັ່ງຕາມຫາ, ເອົາຕົວຢ່າງ ແຍກຕົວເຂດເພື່ອຕ້ານການແຜ່ລະບາດ, ກຽມພ້ອມເລື່ອງເປັນເຈົ້າການກັບທຸກສະພາບການສະກັດກັ້ນໂລກລະບາດຄືໃນໄລຍະຜ່ານມາເຊິ່ງພວກເຮົາໄດ້ປະຕິບັດເປັນຢ່າງດີ.

        “ພວກເຮົາຕ້ອງຍົກສູງຈິດໃຈໜ້າທີ່ຄວາມຮັບຜິດຊອບຂອງຜູ້ນຳໜ້າຂອງແຕ່ລະບໍລິເວນ, ແຕ່ລະຂະແໜງບໍ່ຄວນປະໝາດ. ຢ່າຄິດວ່າ, ບັນຫາໂຄວິດ-19 ໂດຍກະຊວງສາທາລະນະສຸກ, ໂຮງໝໍຮັບຜິດຊອບ, ຫາກທຸກຂະແໜງການຈາກໂຮງຈັກໂຮງງານຜະລິດແມ່ນບໍ່ຕ້ອງຮັບຜິດຊອບ, ຕ້ອງຮັບປະກັນຄວາມປອດໄພຢ່າງສຸດຂີດ. ໂຮງແຮມແຕ່ລະແຫ່ງຢູ່ ດ້ານັ້ງ ດ້ວຍນັກທ່ອງທ່ຽວນັບໝື່ນຄົນນັ້ນກໍ່ຕ້ອງມີໜ້າທີີ່ຮັບຜິດຊອບ, ຕ້ອງຈັດຕັ້ງການປະຕິບັດຢ່າງຂ້ຽວຂາດ ແລະ ແຮງກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ